Friday, 29 March 2024

ພາລະບົດບາດ ແລະ ໜ້າທີ່ ຂອງ ຄຄຊ

ຄະນະກໍາມະການຄຸ້ມຄອງຫຼັກຊັບ ມີຊື່ຫຍໍ້ວ່າ “ຄຄຊ” ແມ່ນ ການຈັດຕັ້ງທີ່ບໍ່ປະຈໍາການ ຊຶ່ງເປັນການຈັດຕັ້ງສູງສຸດຂອງອົງການຄຸ້ມຄອງວຽກງານຫຼັກຊັບ ມີພາລະບົດບາດເປັນຜູ້ຄຸ້ມຄອງວຽກງານຫຼັກຊັບຢ່າງລວມສູນ ແລະ ເປັນເອກະພາບ ໃນຂອບເຂດທົ່ວປະເທດ ໂດຍແມ່ນ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ເປັນຜູ້ຮັບຜິດຊອບໂດຍກົງໃນການ ຄຸ້ມຄອງ, ຕິດຕາມ ກວດກາ ວຽກງານຫຼັກຊັບບົນພື້ນຖານການປະ ສານສົມທົບ ແລະ ແລກປ່ຽນຂໍ້ມູນ ກັບພາກສ່ວນອື່ນທີ່ກ່ຽວຂ້ອງ.

ຄະນະກໍາມະການຄຸ້ມຄອງຫຼັກຊັບ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1. ຄົ້ນຄວ້າ ສ້າງ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ກ່ຽວກັບວຽກງານຫຼັກຊັບ ເພື່ອສະເໜີລັດຖະບານພິຈາລະນາ;
2. ໂຄສະນາ ເຜີຍແຜ່ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ ແລະ ລະບຽບການ ກ່ຽວກັບວຽກງານຫຼັກຊັບ;
3. ຕິດຕາມການຈັດຕັ້ງປະຕິບັດ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ລັດຖະບັນ ຍັດ ແລະ ດໍາລັດ ກ່ຽວກັບວຽກງານຫຼັກຊັບ;
4. ຮັບຮອງລະບຽບການກ່ຽວກັບວຽກງານຫຼັກຊັບ ຕາມການສະເໜີຂອງ ສໍານັກງານຄະ ນະກໍາມະການຄຸ້ມຄອງຫຼັກຊັບ;
5. ຮັບຮອງແຜນການເຄື່ອນໄຫວວຽກງານຂອງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ຕາມການສະເໜີຂອງ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ;
6. ພິຈາລະນາ ອະນຸຍາດ, ໂຈະ ແລະ ຍົກເລີກ ການອອກຈໍາໜ່າຍຫຼັກຊັບ ຕາມການສະ ເໜີຂອງສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ;
7. ພິຈາລະນາ ອະນຸຍາດ, ໂຈະ ແລະ ຍົກເລີກ ການສ້າງຕັ້ງກອງທຶນ ເພື່ອການລົງທຶນ ຕາມການສະເໜີຂອງສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ;
8. ພິຈາລະນາ ອະນຸຍາດ ສ້າງຕັ້ງ ຫຼື ຮັບຮອງ ສະຖາບັນສື່ກາງດ້ານຫຼັກຊັບ, ໂຈະການດໍາເນີນທຸລະກິດ, ຖອນໃບອະນຸຍາດສ້າງຕັ້ງ ຫຼື ໃບຮັບຮອງສະຖາບັນສື່ກາງດ້ານຫຼັກຊັບ ຕາມການສະເໜີຂອງສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ;
9. ພິຈາລະນາ ອອກ ຫຼື ຖອນ ໃບຢັ້ງຢືນນັກວິຊາຊີບທຸລະກິດຫຼັກຊັບ, ປະກອບຄໍາເຫັນຕໍ່ການສ້າງຕັ້ງສະມາຄົມວຽກງານຫຼັກຊັບ ເພື່ອສະເໜີໃຫ້ພາກສ່ວນກ່ຽວຂ້ອງອະນຸຍາດສ້າງຕັ້ງ;
10. ພິຈາລະນາ ອະນຸຍາດດໍາເນີນທຸລະກິດ, ໂຈະ ແລະ ຍຸບເລີກ ການດໍາເນີນທຸລະກິດຂອງຕະຫຼາດຫຼັກຊັບ ຕາມການເຫັນດີຂອງລັດຖະບານ;
11. ພິຈາລະນາ ອະນຸຍາດດໍາເນີນທຸລະກິດ, ໂຈະ ແລະ ຍຸບເລີກ ການດໍາເນີນທຸລະກິດຂອງສູນຮັບຝາກຫຼັກຊັບ ຕາມການສະເໜີຂອງສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ;
12. ແຕ່ງຕັ້ງ ຫຼື ປົດຕໍາແໜ່ງ ຫົວໜ້າ ແລະ ຮອງຫົວໜ້າອົງການສືບສວນ-ສອບສວນກ່ຽວກັບວຽກງານຫຼັກຊັບ ແລະ ເຈົ້າໜ້າທີ່ສືບສວນ-ສອບສວນກ່ຽວກັບວຽກງານຫຼັກຊັບ ຕາມການສະເໜີຂອງຫົວໜ້າສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ;
13. ພົວພັນຮ່ວມມືກັບຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ກ່ຽວກັບການຄຸ້ມຄອງ ແລະ ພັດທະນາວຽກງານຫຼັກຊັບ;
14. ພິຈາລະນາມາດຕະການທາງບໍລິຫານຕໍ່ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ລະ ເມີດກົດໝາຍສະບັບນີ້ ຕາມການສະເໜີຂອງສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ;
15. ຮຽກເອົາຂໍ້ມູນ, ຄໍາໃຫ້ການ, ເອກະສານ ກ່ຽວກັບການເຄື່ອນໄຫວບັນຊີເງິນ ຈາກທະນາຄານທຸລະກິດ, ບັນຊີຫຼັກຊັບ ແລະ ຂໍ້ມູນອື່ນ ຈາກພາກສ່ວນທີ່ກ່ຽວຂ້ອງ;
16. ມອບສິດໃຫ້ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ເຄື່ອນໄຫວວຽກງານໃດໜຶ່ງ;
17. ລາຍງານການເຄື່ອນໄຫວວຽກງານກ່ຽວກັບຫຼັກຊັບຕໍ່ລັດຖະບານຢ່າງເປັນປົກກະຕິ;
18. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ.

ໂຄງປະກອບຂອງ ຄຄຊ

ໂຄງປະກອບຂອງ ຄຄຊ ໄດ້ມີການປັບປຸງແຕ່ລະໄລຍະ ເພື່ອໃຫ້ສອດຄ່ອງກັບສະພາບການພັດທະນາຕະຫຼາດທຶນ ຊຶ່ງພາຍ ຫຼັງການປັບປຸງຄັ້ງສຸດທ້າຍໃນປີ 2021 ຄຄຊ ປະກອບດ້ວຍຄະນະທັງໝົດ 11 ທ່ານ ຄື: ປະທານ, ຮອງປະທານ 2 ທ່ານ, ຄະນະກຳມະການ 7 ທ່ານ ແລະ ເລຂາ ຄຄຊ.


ໂຄງປະກອບຂອງ ຄະນະກຳມະການຄຸ້ມຄອງຫຼັກຊັບ