ກອງປະຊຸມຄົບຄະນະຂອງ ຄະນະກໍາມະການຄຸ້ມຄອງຫຼັກຊັບ ຄັ້ງທີ I ປະຈຳປີ 2026
ໃນຕອນເຊົ້າຂອງວັນທີ 07 ພຶດສະພາ 2026, ທີ່ຫ້ອງປະຊຸມ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມຄົບຄະນະຂອງ ຄະນະກໍາມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ I ປະຈຳປີ 2026 ຂຶ້ນຢ່າງເປັນທາງການ. ກອງປະຊຸມຄັ້ງນີ້ ໃຫ້ກຽດເປັນປະທານໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານ ຄຄຊ; ໂດຍມີບັນດາ ຄະນະ ຄຄຊ, ຜູ້ຕາງໜ້າຈາກບັນດາກະຊວງທີ່ກ່ຽວຂ້ອງ, ຄະນະ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ), ພ້ອມດ້ວຍຄະນະຜູ້ບໍລິຫານຈາກ ຕະຫຼາດຫຼັກຊັບລາວ (ຕລຊລ) ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ, ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າ ສຄຄຊ ໄດ້ລາຍງານຜົນສຳເລັດຂອງການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະ ຄັ້ງທີ III ປີ 2025 ພ້ອມທັງຍົກໃຫ້ເຫັນຜົນງານການເຄື່ອນໄຫວທີ່ພົ້ນເດັ່ນຂອງ ສຄຄຊ ໃນໄຕມາດ I ປີ 2026 ແລະ ທິດທາງແຜນການໃນຕໍ່ໜ້າຂອງ ສຄຄຊ. ພ້ອມດຽວກັນນັ້ນ, ທ່ານ ສຽວສະຫວາດ ທີລະກຸນ, ຜູ້ອຳນວຍການໃຫຍ່ ຕລຊລ ກໍ່ໄດ້ນຳສະເໜີສະພາບການເຄື່ອນໄຫວພົ້ນເດັ່ນ ແລະ ທິດທາງແຜນການໃນຕໍ່ໜ້າ ຂອງ ຕລຊລ ເພື່ອໃຫ້ມີປະສິດທິພາບ ແລະ ທັນກັບສະພາບການເຄື່ອນໄຫວວຽກງານຕະຫຼາດທຶນໃນໄລຍະໃໝ່.
ພາຍຫຼັງການປຶກສາຫາລື ແລະ ປະກອບຄຳເຫັນຢ່າງກົງໄປກົງມາຈາກບັນດາຜູ້ເຂົ້າຮ່ວມ, ທ່ານ ປະທານກອງປະຊຸມ ໄດ້ກ່າວສະແດງຄວາມຍ້ອງຍໍ ແລະ ຕີລາຄາສູງຕໍ່ຄວາມພະຍາຍາມຂອງ ສຄຄຊ ແລະ ຕລຊລ ທີ່ສາມາດຈັດຕັ້ງປະຕິບັດວຽກງານໄດ້ຕາມແຜນການທີ່ກຳນົດໄວ້. ເພື່ອເປັນເຂັມທິດເຍືອງທາງໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຕະຫຼາດທຶນລາວໃນໄລຍະຍາວ, ທ່ານປະທານໄດ້ເນັ້ນໜັກໃຫ້ສຸມໃສ່ວຽກງານຈຸດສຸມທີ່ເປັນພື້ນຖານສຳຄັນ ໂດຍສະເພາະສຸມໃສ່ປັບປຸງ (ຮ່າງ) ແຜນຍຸດທະສາດການພັດທະນາຕະຫຼາດທຶນ 10 ປີ (2026-2035) ແລະ ວິໄສທັດຮອດປີ 2045 ໃຫ້ມີຄວາມຄົບຖ້ວນ ແລະ ສາມາດຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ; ສືບຕໍ່ຊຸກຍູ້ການອອກຈຳໜ່າຍຮຸ້ນກູ້ສີຂຽວ ເພື່ອເປັນທາງເລືອກໃໝ່ໃນການລະດົມທຶນທີ່ເປັນມິດຕໍ່ສິ່ງແວດລ້ອມ; ຄົ້ນຄວ້າກົນໄກຜູ້ຄ້າພັນທະບັດແລະ ຄົ້ນຄວ້າກົນໄກການຄຸ້ມຄອງຕິດພັນກັບວຽກງານກອງທຶນເພື່ອການລົງທຶນໃຫ້ມີຄວາມຄ່ອງຕົວ; ສືບຕໍ່ສຶກສາຄວາມເປັນໄປໄດ້ໃນການສ້າງຕະຫຼາດອະນຸພັນ ເພື່ອສ້າງຜະລິດຕະພັນຫຼັກຊັບໃຫ້ຫຼາກຫຼາຍ ແລະ ເປັນເຄື່ອງມືປ້ອງກັນຄວາມສ່ຽງໃຫ້ແກ່ຜູ້ລົງທຶນ.
ກອງປະຊຸມຄັ້ງນີ້ ຖືເປັນບາດກ້າວສຳຄັນໃນການກຳນົດທິດທາງຍຸດທະສາດ ເພື່ອເຮັດໃຫ້ວຽກງານຫຼັກຊັບຢູ່ ສປປ ລາວ ມີຄວາມເຂັ້ມແຂງ, ໂປ່ງໃສ ແລະ ສາມາດເຊື່ອມໂຍງກັບພາກພື້ນໄດ້ຢ່າງມີປະສິດທິພາບ. ກອງປະຊຸມໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມໃນວັນດຽວກັນ.
