ຄະນະຜູ້ແທນ ສຄຄຊ ເຂົ້າຮ່ວມກອງປະຊຸມສຸດຍອດການຈັດຕັ້ງປະຕິບັດການຄຸ້ມຄອງບໍລິຫານຂອງບໍລິສັດຈົດທະບຽນອາຊຽນ ທີ່ ນະຄອນຫຼວງມະນີລາ

ໃນວັນທີ 20 ຕຸລາ 2026, ທີ່ ນະຄອນຫຼວງມະນີລາ, ປະເທດຟີລິບປິນ – ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດການຈັດຕັ້ງປະຕິບັດການຄຸ້ມຄອງບໍລິຫານຂອງບໍລິສັດຈົດທະບຽນອາຊຽນ (ASEAN Corporate Governance Summit) ເຊິ່ງຈັດຂຶ້ນໂດຍ ຄະນະກໍາມະການຄຸ້ມຄອງຫຼັກຊັບຟີລິບປິນ ໃນນາມປະທານຄະນະກໍາມະການພັດທະນາຕະຫຼາດທຶນອາຊຽນ (ACMF) ທີ່ Foro de Intramuros, ນະຄອນຫຼວງມະນີລາ, ປະເທດຟີລິບປີນ.

ກອງປະຊຸມດັ່ງກ່າວມີຜູ້ເຂົ້າຮ່ວມຫຼາຍກວ່າ 500 ທ່ານ ເຊິ່ງປະກອບມີ ບັນດາອົງການຄຸ້ມຄອງຫຼັກຊັບ, ຕົວແທນຈາກບໍລິສັດຈົດທະບຽນ, ຕະຫຼາດຫຼັກຊັບ ແລະ ຜູ້ຊຸກຍູ້ວຽກງານການຄຸ້ມຄອງບໍລິຫານທຸລະກິດ ເພື່ອແລກປ່ຽນທັດສະນະກ່ຽວກັບການຮັດແໜ້ນມາດຕະຖານ ແລະ ຍົກລະດັບການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງບໍລິຫານທຸລະກິດໃນທົ່ວອາຊຽນ.

ກອງປະຊຸມຄັ້ງນີ້, ທ່ານ ນາງ ແພງສີ ແພງເມືອງ, ຫົວໜ້າ ສຄຄຊ ໄດ້ໃຫ້ກຽດຂຶ້ນເປັນຜູ້ຮ່ວມສົນທະນາຫຼັກໃນເວທີ ເພື່ອແລກປ່ຽນບົດຮຽນກ່ຽວກັບ ການຈັດຕັ້ງປະຕິບັດວຽກງານການຄຸ້ມຄອງບໍລິຫານ ຂອງບັນດາບໍລິສັດຈົດທະບຽນໃນ ສປປ ລາວ ໃຫ້ແກ່ບັນດາປະເທດສະມາຊິກອາຊຽນໄດ້ຮັບຊາບ. ພ້ອມດຽວກັນນີ້, ຍັງມີການສົນທະນາຖອດຖອນບົດຮຽນຮ່ວມກັບອົງການຄຸ້ມຄອງຫຼັກຊັບຈາກ ກຳປູເຈຍ, ມາເລເຊຍ ແລະ ໄທ, ຕະຫຼອດຈົນເຖິງການຮັບຟັງທັດສະນະຈາກຕະຫຼາດຫຼັກຊັບໃນພາກພື້ນ ແລະ ກຸ່ມຄະນະກຳມະການບໍລິຫານ ກ່ຽວກັບບົດບາດຂອງການຄຸ້ມຄອງບໍລິຫານທຸລະກິດ ທີ່ມີຕໍ່ການພັດທະນາຕະຫຼາດທຶນ.