Friday, 29 March 2024

ການອອກຈໍາໜ່າຍຮຸ້ນໃຫ້ແກ່ຜູ່ຖືຮຸ້ນເດີມ


  1. ເງື່ອນໄຂການອອກຈໍາໜ່າຍຮຸ້ນໃຫ້ແກ່ຜູ່ຖືຮຸ້ນເດີມ
  1. ບໍລິສັດ ທີ່ມີຈຸດປະສົງຂໍອອກຈໍາໜ່າຍຮຸ້ນໃຫ້ແກ່ຜູ່ຖືຮຸ້ນເດີມ ຕ້ອງມີເງື່ອນໄຂຕົ້ນຕໍ ດັ່ງນີ້:
  2. 1.
    1. ມີແຜນການລະດົມທຶນ ແລະ ​ແຜນການນໍາໃຊ້ທຶນທີ່​ລະດົມ​ໄດ້ ​ໂດຍ​ຜ່ານ​ການ​ຮັບຮອງຈາກກອງປະຊຸມຜູ່ຖືຮຸ້ນ;
    2.

    1. ມີການຢັ້ງຢືນຄວາມພ້ອມ ການອອກຈຳໜ່າຍຮຸ້ນ​ໃຫ້​ແກ່ຜູ່ຖືຮຸ້ນເດີມ ຈາກທີ່​ປຶກສາ​ດ້ານ​ການ​ເງິນ ພ້ອມດ້ວຍລາຍຊື່ທີມງານ ທີ່ຮັບຜິດຊອບເປັນທີ່ປຶກສາດ້ານການເງິນ​​;
    3.

    1. ມີ​ການຄໍ້າປະກັນການອອກຈໍາໜ່າຍຮຸ້ນ​ໃຫ້​ແກ່ຜູ່ຖືຮຸ້ນເດີມ ລະຫວ່າງ ບໍລິສັດອອກທີ່ມີຈຸດປະສົງຈໍາໜ່າຍຮຸ້ນໃຫ້ແກ່ຜູ່ຖືຮຸ້ນ ເດີມ ກັບ ຜູ່ຄໍ້າປະກັນການອອກຈໍາໜ່າຍຮຸ້ນ;
    4.


    1. ມີ​ແຜນການກ່ຽວ​ກັບ ການ​ອອກ​ຈຳໜ່າຍຮຸ້ນ​ໃຫ້​ແກ່ຜູ່ຖືຮຸ້ນເດີມ, ​ການ​ເຄື່ອນ​ໄຫວ​ທຸລະ​ກິດ ແລະ ​ການ​ຄາດ​ຄະ​ເນ​ຖາ ນະ​ການ​ເງິນ ຢ່າງໜ້ອຍ ສາມປີ ຕໍ່ໜ້າ ນັບ​ແຕ່​ປີ​ສຳ​ເລັດ​ການ​ອອກ​ຈຳໜ່າຍຮຸ້ນໃຫ້​ແກ່ຜູ່ຖືຮຸ້ນເດີມ ​ເປັນ​ຕົ້ນ​ໄປ ​ໂດຍ​ຜ່ານ ​ການ​ຮັບຮອງ​ຈາກ​ສະພາ​ບໍລິຫານ;
    5.
    1. ມີເງື່ອນໄຂອື່ນຕາມການກຳນົດຂອງ ສຳນັກງານຄະນະ​ກຳມະການ​ຄຸ້ມ​ຄອງຫຼັກຊັບ.


  1. ເອກະສານປະກອບການຮ້ອງຂໍອອກຈໍາໜ່າຍຮຸ້ນໃຫ້ແກ່ຜູ່ຖືຮຸ້ນເດີມ
  1. ບໍລິສັດທີ່ມີຈຸດປະສົງອອກຈໍາໜ່າຍຮຸ້ນໃຫ້ແກ່ຜູ່ຖືຮຸ້ນເດີມ ຕ້ອງຍື່ນຄໍາຮ້ອງ ແລະ ເອກະສານປະກອບ ຕໍ່ ສໍານັກງານ ຄຄຊ ດັ່ງນີ້:
  2. 1. ຄໍາຮ້ອງຂໍອອກຈໍາໜ່າຍຮຸ້ນໃຫ້ແກ່ຜູ່ຖືຮຸ້ນເດີມ ຕາມແບບພິມຂອງ ສໍານັກງານຄະນະ​ກຳມະການ​ຄຸ້ມ​ຄອງຫຼັກຊັບ;
    2. ມະຕິກອງປະຊຸມຜູ່ຖືຮຸ້ນ ທີ່ຮັບຮອງກ່ຽວກັບ ການອອກຈໍາໜ່າຍຮຸ້ນໃຫ້ແກ່ຜູ່ຖືຮຸ້ນເດີມ;
    3. ບັນຊີລາຍຊື່ຜູ່ຖືຮຸ້ນ ແຕ່ໜຶ່ງສ່ວນຮ້ອຍຂຶ້ນໄປ;
    4. ໃບຢັ້ງຢືນຄວາມພ້ອມ ການອອກຈໍາໜ່າຍຮຸ້ນໃຫ້ແກ່ຜູ່ຖືຮຸ້ນເດີມ ຈາກທີ່ປຶກສາດ້ານການເງິນ​​;
    5.

    ແຜນການ​ກ່ຽວກັບ ການອອກ​ຈຳໜ່າຍຮຸ້ນ​ໃຫ້​ແກ່ຜູ່​ຖື​ຮຸ້ນ​ເດີມ, ການ​ເຄື່ອນ​ໄຫວ​ທຸລະ​ກິດ​ແລະ ການຄາດ​ຄະ​ເນຖານະ​ການ​ ເງິນຢ່າງໜ້ອຍ ສາມປີ ຕໍ່ໜ້າ;
    6. ໜັງສືຊວນຊື້;
    7.

    ສັນຍາຄໍ້າປະກັນການອອກຈໍາໜ່າຍຮຸ້ນ​ໃຫ້ແກ່ຜູ່ຖືຮຸ້ນເດີມ ລະຫວ່າງ ບໍລິສັດອອກທີ່ມີຈຸດປະສົງຈໍາໜ່າຍຮຸ້ນໃຫ້ແກ່ຜູ່ຖືຮຸ້ນ ເດີມ ກັບ ຜູ່ຄໍ້າປະກັນການອອກຈໍາໜ່າຍຮຸ້ນ;
    8. ເອກະສານອື່ນຕາມການກຳນົດຂອງ ສຳນັກງານຄະນະ​ກຳມະການ​ຄຸ້ມ​ຄອງຫຼັກຊັບ.
(ທ່ານສາມາດອ່ານລາຍລະອຽດໄດ້ທີ່ ລະບຽບວ່າດ້ວຍການອອກຈໍາໜ່າຍຮຸ້ນ ສະບັບເລກທີ 018/ຄຄຊ ລົງວັນທີ 27 ກໍລະກົດ 2015)