Thursday, 18 April 2024

ການອອກຈໍາໜ່າຍຮຸ້ນໃນວົງຈໍາກັດ


  1. ເງື່ອນໄຂການອອກຈໍາໜ່າຍຮຸ້ນໃນວົງຈໍາກັດ
  1. ບໍລິສັດ ທີ່ມີຈຸດປະສົງຂໍອອກຈໍາໜ່າຍຮຸ້ນໃນວົງຈໍາກັດ ຕ້ອງມີເງື່ອນໄຂຕົ້ນຕໍ ດັ່ງນີ້:
  2. 1.
    1. ເປັນບໍລິສັດ ມະຫາຊົນ;
    2.

    ສ້າງ​ຕັ້ງ ​ແລະ ​ເຄື່ອນ​ໄຫວ​ມາ​ແລ້ວ​ຢ່າງໜ້ອຍ ໜຶ່ງ ປີ ຍົ​ກ​ເວັ້ນກໍລະນີ ບໍລິສັດ ມີການ​​ແຍກ, ຄວບ ຫຼື ຫັນ​ເປັນບໍລິສັດ ຮູບ​ແບບໃໝ່​;
    3.

    ມີສະພາບໍລິຫານ ທີ່ປະກອບດ້ວຍ ສະມາຊິກອິດສະຫຼະຢ່າງໜ້ອຍ ໜຶ່ງສ່ວນສາມ ຂອງຈຳ ນວນສະມາຊິກສະພາບໍລິຫານ ທັງໝົດ ທີ່ໄດ້ຮັບການແຕ່ງຕັ້ງຈາກກອງປະຊຸມຜູ່ຖືຮຸ້ນ;
    4.


    ມີຄະນະກຳມະການກວດກາພາຍໃນ ທີ່​ປະກອບ​ດ້ວຍ ​ສະມາ​ຊິກ​ທັງໝົດຢ່າງໜ້ອຍສາມທ່ານ ​ທີ່ໄດ້ຮັບການແຕ່ງຕັ້ງຈາກ ສະພາບໍລິຫານ ໃນ​ນັ້ນ ​ສອງສ່ວນ​ສາມ ຕ້ອງ​ເປັນສະມາຊິກ​ອິດສະຫຼະ  ຊຶ່ງຢ່າງໜ້ອຍໜຶ່ງທ່ານ ​ຕ້ອງ​ມີຄວາມ​ຮູ້​ຄວາມ​ສາ ມາດ ທາງດ້ານ​ບັນຊີ ​ຫຼື ການ​ເງິນ;
    5.
    1. ມີແຜນການລະດົມທຶນ ແລະ ​ແຜນການນໍາໃຊ້ທຶນທີ່​ລະດົມ​ໄດ້ ໂດຍ​ຜ່ານ​ການ​ຮັບຮອງຈາກກອງປະຊຸມຜູ່ຖືຮຸ້ນ;
    6.


    ມີເອກະສານລາຍງານການເງິນ ໜຶ່ງປີຄືນຫຼັງ ນັບແຕ່ປີ​ ຍື່ນຄຳ​ຮ້ອງ ​ແລະ ​ເອກະສານ​ປະກອບ ການຮ້ອງຂໍ​ອອກ​ຈຳໜ່າຍ​ ຮຸ້ນ​​ໃນ​ວົງ​ຈໍາກັດ  ໃຫ້​ແກ່​ສໍານັກງານຄະນະ​ກຳມະການ​ຄຸ້ມ​ຄອງຫຼັກຊັບ ​ເປັນ​ຕົ້ນ​ໄປ ຊຶ່ງເອກະສານລາຍງານການເງິນ ຕ້ອງໄດ້ຮັບການກວດສອບຈາກບໍລິສັດກວດສອບ;
    7. ມີຄວາມສາມາດສ້າງກຳໄລ, ມີຖານະການເງິນທີ່ໝັ້ນຄົງ ແລະ ບໍ່ມີໜີ້​ເກີນກໍານົດ;
    8.

    ມີການຢັ້ງຢືນຄວາມພ້ອມ ການອອກຈຳໜ່າຍຮຸ້ນ​ໃນວົງຈຳກັດ ຈາກທີ່​ປຶກສາ​ດ້ານ​ການ​ເງິນ ພ້ອມດ້ວຍລາຍຊື່ທີມງານທີ່ຮັບ ຜິດຊອບເປັນທີ່ປຶກສາດ້ານການເງິນ​​;
    9.


    ມີ​ແຜນການກ່ຽວກັບ ການ​ອອກ​ຈຳໜ່າຍຮຸ້ນ​ໃນວົງຈຳກັດ, ການເຄື່ອນ​ໄຫວທຸລະ​ກິດ ​ແລະ ການຄາດ​ຄະ​ເນ​ຖານະ​ການ​ເງິນ ຢ່າງໜ້ອຍ ສາມປີຕໍ່ໜ້າ ນັບ​ແຕ່​ປີ​ສຳ​ເລັດ​ການ​ອອກ​ຈຳໜ່າຍຮຸ້ນ​ໃນວົງຈຳກັດ ​ເປັນ​ຕົ້ນ​ໄປ ​ໂດຍ​ຜ່ານ​ການ​ຮັບຮອງ​ຈາກ ​ສະພາ​ບໍລິຫານ;
    10.

    ຮຸ້ນ​ທີ່​ອອກ​ຈຳໜ່າຍ​ໃນ​ວົງ​ຈຳກັດ ບໍ່​ສາມາດ​ຊື້​-ຂາຍ ພາຍ​ໃນ​ກຳນົດ​ເວລາຢ່າງໜ້ອຍ ຫົກເດືອນ ນັບ​ແຕ່​ວັນສິ້ນ​ສຸດ​ການ ຈຳໜ່າຍຮຸ້ນໃນວົງຈໍາກັດ ​ເປັນຕົ້ນ​ໄປ;
    11. ມີເງື່ອນໄຂອື່ນຕາມການກຳນົດຂອງສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ.            


  1. ເອກະສານປະກອບການຮ້ອງຂໍອອກຈໍາໜ່າຍຮຸ້ນໃນວົງຈໍາກັດ
  1. ບໍລິສັດທີ່ມີຈຸດປະສົງອອກຈໍາໜ່າຍຮຸ້ນໃນວົງຈໍາກັດ ຕ້ອງຍື່ນຄໍາຮ້ອງ ແລະ ເອກະສານປະກອບ ຕໍ່ ສໍານັກງານ ຄຄຊ ດັ່ງນີ້:
  2. 1.
    1. ຄໍາຮ້ອງຂໍອອກຈໍາໜ່າຍຮຸ້ນໃນວົງຈຳກັດ ຕາມແບບພິມຂອງ ສໍານັກງານຄະນະ​ກຳມະການ​ຄຸ້ມ​ຄອງຫຼັກຊັບ;
    2.
    1. ສໍາເນົາໃບທະບຽນວິສາຫະກິດ ແລະ ສໍາເນົາໃບທະບຽນສໍາປະທານ ກໍລະນີເປັນທຸລະກິດສໍາປະທານ;
    3.
    1. ສໍາເນົາໃບຢັ້ງຢືນປະຈໍາຕົວຜູ່ເສຍອາກອນ;
    4.
    1. ສໍາເນົາກົດລະບຽບຂອງບໍລິສັດ;
    5.
    1. ມະຕິກອງປະຊຸມຜູ່ຖືຮຸ້ນ ທີ່ຮັບຮອງກ່ຽວກັບການອອກຈໍາໜ່າຍຮຸ້ນໃນວົງຈຳກັດ;
    6.
    1. ບັນຊີລາຍຊື່ຜູ່ຖືຮຸ້ນ ແຕ່ໜຶ່ງສ່ວນຮ້ອຍຂຶ້ນໄປ;
    7.

    1. ລາຍຊື່ ແລະ ຊີວະປະຫວັດຫຍໍ້ຂອງ ສະມາຊິກສະພາບໍລິຫານ, ຄະນະກໍາມະການກວດກາພາຍໃນ ແລະ ຄະນະອໍາ ນວຍການ ຂອງ ບໍລິສັດ;
    8.
    1. ໃບຢັ້ງຢືນຄວາມພ້ອມ ການອອກຈໍາໜ່າຍຮຸ້ນໃນວົງຈຳກັດ ຈາກ ທີ່ປຶກສາດ້ານການເງິນ​​;
    9.

    1. ເອກະສານລາຍງານການເງິນ ໜຶ່ງປີຄືນຫຼັງ ນັບແຕ່ປີ​ຍື່ນຄຳ​ຮ້ອງ​ ​ແລະ ​ເອກະສານ​ປະກອບ​ການຮ້ອງຂໍ​ອອກ​ຈໍາໜ່າຍ​ຮຸ້ນ ​ໃນ​ວົງ​ຈໍາກັດ ​ໃຫ້​ແກ່​ ສໍານັກງານຄະນະ​ກຳມະການ​ຄຸ້ມ​ຄອງຫຼັກຊັບ ຊຶ່ງ​ໄດ້​ຮັບ​ການກວດ​ສອບ​ຈາກ​ບໍລິ​ສັດ​ກວດ​ສອບ;
    10.

    1. ແຜນການ​ກ່ຽວກັບ ການອອກ​ຈຳໜ່າຍຮຸ້ນ​​ໃນ​ວົງ​ຈຳກັດ, ການເຄື່ອນ​ໄຫວທຸລະ​ກິດ ​ແລະ ການຄາດ​ຄະ​ເນຖານະ​ການ​ເງິນ ຢ່າງໜ້ອຍ ສາມ ປີຕໍ່ໜ້າ;
    11.
    1. ໜັງສືຊວນຊື້;
    12.

    1. ສັນຍາຄໍ້າປະກັນການອອກຈໍາໜ່າຍຮຸ້ນ​ໃນວົງ​ຈຳກັດ ລະຫວ່າງ ບໍລິສັດທີ່ມີຈຸດປະສົງອອກຈໍາໜ່າຍຮຸ້ນໃນວົງຈໍາກັດ ກັບ ຜູ່ຄໍ້າປະກັນການອອກຈໍາໜ່າຍຮຸ້ນ (ຖ້າ​ມີ);
    13. ເອກະສານອື່ນຕາມການກຳນົດຂອງ ສຳນັກງານຄະນະ​ກຳມະການ​ຄຸ້ມ​ຄອງຫຼັກຊັບ.
(ທ່ານສາມາດອ່ານລາຍລະອຽດໄດ້ທີ່ ລະບຽບວ່າດ້ວຍການອອກຈໍາໜ່າຍຮຸ້ນ ສະບັບເລກທີ 018/ຄຄຊ ລົງວັນທີ 27 ກໍລະກົດ 2015)