Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ຮ່ວມກັບ ວິທະຍາໄລ ເຕັກນິກ-ວິຊາຊີບ ວຽງຈັນ-ຮ່າໂນ້ຍ ຈັດສຳມະນາກ່ຽວກັບວຽກງານຕະຫຼາດທຶນ
ວັນທີອອກຂ່າວ: 2016-06-24 10:00:22

ເນື້ີອໃນຂ່າວ:

ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ຮ່ວມກັບ ວິທະຍາໄລ ເຕັກນິກ-ວິຊາຊີບ ວຽງຈັນ-ຮ່າໂນ້ຍ ໄດ້ຈັດກອງປະຊຸມເຜີຍແຜ່ໃນຫົວຂໍ້: “ການລົງທຶນຢ່າງມືອາຊີບກັບຮຸ້ນ” ຂຶ້ນໃນວັນທີ 16 ມິຖຸນາ 2016, ໂດຍການເປັນປະທານຂອງທ່ານ ສອນໄຊ ພັນທະວົງ ຮອງຜູ້ອຳນວຍການ ວິທະຍາໄລ ເຕັກນິກ-ວິຊາຊີບ ວຽງຈັນ-ຮ່າໂນ້ຍ ພ້ອມດ້ວຍຄູອາຈານ ແລະ ນັກສຶກສາເຂົ້າຮ່ວມທັງໝົດ 217 ຄົນ.

ຈຸດປະສົງໃນການຈັດກອງປະຊຸມເຜີຍແຜ່ຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມຮູ້ ແລະ ຄວາມເຂົ້າໃຈໃຫ້ຄູອາຈານ ແລະ ນັກສຶກສາ ພາຍໃນ ວິທະຍາໄລ ເຕັກນິກ-ວິຊາຊີບ ວຽງຈັນ-ຮ່າໂນ້ຍ ກ່ຽວກັບວຽກງານຕະຫຼາດທຶນ ຢູ່ ສປປ ລາວ, ຊຶ່ງວິທະຍາກອນຈາກສຳນັກງານ ຄຄຊ ໄດ້ນຳສະເໜີ ໃນ 3 ຫົວຂໍ້ຍ່ອຍ ຄື: 1). “ຕະຫຼາດທຶນໃນ ສປປ ລາວ”; 2). “ການວາງແຜນການເງິນເພື່ອເປົ້າໝາຍຊີວິດ” ແລະ 3). “ລົງທຶນຢ່າງມືອາຊີບກັບຮຸ້ນ”.

ກອງປະຊຸມເຜີຍແຜ່ຄັ້ງນີ້ ວິທະຍາກອນຈາກສຳນັກງານ ຄຄຊ ໄດ້ນຳສະເໜີກ່ຽວກັບພາບລວມຂອງຕະຫຼາດທຶນໃນ ສປປ ລາວ ທີ່ມີ ຄຄຊ ເປັນອົງການຄຸ້ມຄອງວຽກງານຕະຫຼາດທຶນ, ມີພາລະບົດບາດເປັນເສນາທິການໃຫ້ກັບລັດຖະບານ ໃນການຄຸ້ມຄອງມະຫາພາກທາງດ້ານວຽກງານຕະຫຼາດທຶນຢ່າງລວມສູນໃນຂອບເຂດທົ່ວປະເທດ ແລະ ມີສຳນັກງານ ຄຄຊ ເປັນກົງຈັກຊ່ວຍວຽກໃນການດຳເນີນງານການຄຸ້ມຄອງ, ຕິດຕາມ ແລະ ກວດກາວຽກງານຕະຫຼາດທຶນໃຫ້ມີປະສິດທິພາບ. ຍົກໃຫ້ເຫັນກ່ຽວກັບຜູ້ມີສ່ວນຮ່ວມໃນລະບົບຕະຫຼາດທຶນລາວໃນປະຈຸບັນທີ່ປະກອບມີ: ຕະຫຼາດຫຼັກຊັບລາວ ທີ່ໄດ້ຮັບການສ້າງຕັ້ງຂຶ້ນເມື່ອວັນທີ 10 ຕຸລາ 2010 ແລະ ເປີດການຊື້-ຂາຍຮຸ້ນຄັ້ງທຳອິດ ເມື່ອວັນທີ 11 ມັງກອນ 2011, ມີບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ 5 ບໍລິສັດ, ບໍລິສັດຫຼັກຊັບ 4 ບໍລິສັດ, ບໍລິສັດກວດສອບ ທີ່ໄດ້ຮັບອະນຸຍາດຈາກສຳນັກງານ ຄຄຊ ໃຫ້ດຳເນີນການກວດສອບໃນຂົງເຂດວຽກງານຕະຫຼາດທຶນ 4 ບໍລິສັດ ແລະ ທະນາຄານດູແລຊັບສິນ 1 ແຫ່ງ. ນອກນັ້ນ ວິທະຍາກອນຈາກສຳນັກງານ ຄຄຊ ຍັງນຳສະເໜີກ່ຽວກັບຜົນດີ ແລະ ຂັ້ນຕອນການປະຢັດເງິນ ແລະ ການວາງແຜນການເງິນເພື່ອເປົ້າໝາຍຊີວິດ, ພ້ອມທັງ ນຳສະເໜີໃຫ້ນັກສຳມະນາກອນເຂົ້າໃຈກ່ຽວກັບການລົງທຶນ ແລະ ການກະກຽມຄວາມພ້ອມກ່ອນຈະລົງທຶນກັບຮຸ້ນ ເຊັ່ນ: ຜູ້ທີ່ຈະລົງທຶນຕ້ອງຮູ້ 4 ຮ ຄື: ຮູ້ ຮຸ້ນແມ່ນຫຍັງ? ຮູ້ ຕະຫຼາດຂັ້ນໜຶ່ງ ແລະ ຕະຫຼາດຂັ້ນສອງ, ຮູ້ ຜົນຕອບແທນ ແລະ ຄວາມສ່ຽງ ແລະ ຮູ້ ແຫຼ່ງຂໍ້ມູນຂ່າວສານ, ໃນຂະນະດຽວກັນກໍ່ຕ້ອງຮູ້ 4 ກ ຄື: ກຳນົດເປົ້າໝາຍ, ກຳນົດຈຳນວນເງິນທີ່ຈະລົງທຶນ, ກຳນົດໄລຍະເວລາການລົງທຶນ ແລະ ກຳນົດຜົນຕອບແທນ.

ກອງປະຊຸມເຜີຍແຜ່ຄັ້ງນີ້ ໄດ້ມີການແລກປ່ຽນຄຳເຫັນຢ່າງກົງໄປກົງມາ ເຮັດໃຫ້ຄູອາຈານ ແລະ ນັກສຶກສາ ຈາກ ວິທະຍາໄລດັ່ງກ່າວ ມີຄວາມຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນກ່ຽວກັບວຽກງານຕະຫຼາດທຶນ ໃນ ສປປ ລາວ ເຮັດໃຫ້ກອງປະຊຸມດັ່ງກ່າວ ປະສົບຜົນສຳເລັດຢ່າງຈົບງາມ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.