Friday, 19 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ຈັດພິທີມອບໃບກຽດຕິຄຸນ ໃຫ້ແກ່ຜູ່ສະໜັບສະໜູນໃນການຈັດກອງປະຊຸມ “ໂຄງການລິເລີ່ມໃນການສົ່ງເສີມວຽກງານຄຸ້ມຄອງບໍລິຫານ ສຳລັບຂົງເຂດອາຊີຕາເວັນອອກສຽງໃຕ້ ຂອງອົງການເພື່ອການພັດທະນາ ແລະ ການຮ່ວມມືທາງດ້ານເສດຖະກິດ ຄັ້ງທີ III”
ວັນທີອອກຂ່າວ: 2016-08-18 09:09:00

ເນື້ີອໃນຂ່າວ:

ໃນຕອນບ່າຍຂອງວັນທີ 12 ສິງຫາ 2016 ທີ່ຜ່ານມາ ທີ່ຫ້ອງປະຊຸມສຳນັກງານ ຄຄຊ ໄດ້ຈັດພິທີມອບໃບກຽດຕິຄຸນ ໃຫ້ແກ່ຜູ່ສະໜັບສະໜູນໃນການຈັດກອງປະຊຸມ “ໂຄງການລິເລີ່ມໃນການສົ່ງເສີມວຽກງານຄຸ້ມຄອງບໍລິຫານ ສຳລັບຂົງເຂດອາຊີຕາເວັນອອກສຽງໃຕ້ ຂອງອົງການເພື່ອການພັດທະນາ ແລະ ການຮ່ວມມືທາງດ້ານເສດຖະກິດ ຄັ້ງທີ III” (The 3rd OECD-Southeast Asia Corporate Governance Initiative) ທີ່ ຄຄຊ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຊຶ່ງໄດ້ຈັດຂຶ້ນໃນວັນທີ 1-2 ມີຖຸນາ 2016 ທີ່ ນະຄອນຫຼວງວຽງຈັນ.

ການຈັດພິທີມອບໃບກຽດຕິຄຸນ ກໍ່ເພື່ອເປັນການສະແດງຄວາມຂອບໃຈ ຕໍ່ຜູ່ສະໜັບ​ສະໜູນຈາກ 9 ບໍລິສັດ ຄື: ບໍລິສັດຫຼັກຊັບ ເອພີເອັມລາວ ຈໍາກັດ, ບໍລິສັດ ປິໂຕຣລ້ຽມເທຣດດີ້ງລາວ ມະຫາຊົນ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ,ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ, ບໍລິສັດຫຼັກຊັບ BCEL- KT, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ, ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ, ບໍລິສັດ ລາວເວີນ ມະຫາຊົນ ເຊິ່ງໃຫ້ກຽດມອບ ໂດຍທ່ານ ນາງ ສາຍສະໜອນ ຈັນທະຈັກ ຫົວໜ້າສຳນັກງານ ຄຄຊ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.