Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ຫົວໜ້າສໍານັກງານ ຄຄຊ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມຮ່ວມມືວຽກງານຕະຫຼາດທຶນຂອງປະເທດເຂດອ່າງແມ່ນ້ຳຂອງຄັ້ງທີ VI ທີ່ ສສ ຫວຽດນາມ
ວັນທີອອກຂ່າວ: 2016-09-14 15:54:06

ເນື້ີອໃນຂ່າວ:

ຫົວໜ້າສໍານັກງານ ຄະນະກໍາມະການຄຸ້ມຄອງຫຼັກຊັບ ຂອງ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມຮ່ວມມືວຽກງານຕະຫຼາດທຶນຂອງປະເທດເຂດອ່າງແມ່ນ້ຳຂອງ ຄັ້ງທີ VI ຊຶ່ງໄດ້ຈັດຂຶ້ນໃນວັນທີ 17 ສິງຫາ 2016 ທີ່ເກາະ Phu Quoc, ແຂວງ Kien Giang, ປະເທດ ສສ. ຫວຽດນາມ. ພາຍໃຕ້ການເປັນປະທານຂອງ ທ່ານ ນາງ Nguyen Thi Lien Hoa ຮອງປະທານ ຄະນະກໍາມະການຄຸ້ມຄອງຫຼັກຊັບ ສສ. ຫວຽດນາມ, ໂດຍມີບັນດາຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ຈາກ 5 ປະເທດ ເຂດອ່າງແມ່ນໍ້າຂອງ ຄື: ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ.ຫວຽດນາມເຂົ້າຮ່ວມ, ນອກນີ້ ຍັງມີຊ່ຽວຊານ ຈາກ IFC ເຂົ້າຮ່ວມ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດຈຳນວນ 20 ທ່ານ.

ກອງປະຊຸມຂອງ ຄຄຊ 5 ປະເທດເຂດອ່າງແມ່ນໍ້າຂອງ ເປັນເວທີສໍາລັບການພົບປະເພື່ອປຶກສາຫາລື-ແລກປ່ຽນຄໍາຄິດຄໍາເຫັນ, ຖອດຖອນບົດຮຽນ ແລະ ປະສົບການຕົວຈິງຂອງແຕ່ລະປະເທດໃນການພັດທະນາຕະຫຼາດທຶນ, ເປັນເວທີໃນການສ້າງຄວາມສາມັກຄີ, ຮັດແໜ້ນການຮ່ວມມື ແລະ ການຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຂອງ ຄຄຊ 5 ປະເທດ ໃນເຂດອ່າງແມ່ນໍ້າຂອງ ເພື່ອເຮັດໃຫ້ຕະຫຼາດທຶນຂອງທັງ 5 ປະເທດມີຄວາມເຂັ້ມແຂງ ແລະ ມີການພັດທະນາໄປໃນລະດັບທີ່ໃກ້ຄຽງ ຈົນສາມາດເຊື່ອມໂຍງເຂົ້າກັບຕະຫຼາດຂອງພາກພື້ນ ກໍຄືສາກົນໄດ້ໃນອານາຄົດ.

ໃນທີ່ປະຊຸມໄດ້ຮັບຟັງຊ່ຽວຊານ IFC ລາຍງານຄວາມຄືບໜ້າກ່ຽວກັບແນວທາງການຄຸ້ມຄອງກິດຈະການ (Corprorate Governance: CG)ໃນບັນດາປະເທດພາກພື້ນ ກໍຄືສາກົນ ແລະ ໄດ້ຈັດກິດຈະກໍາຕ່າງໆທີ່ຕິດພັນກັບວຽກງານການຄຸ້ມຄອງກິດຈະການ ໃນບັນດາປະເທດເຂດອ່າງແມ່ນໍ້າຂອງ, ເຊິ່ງເປັນປະໂຫຍດຫຼາຍຕໍ່ບັນດາປະເທດທີ່ກໍາລັງພັດທະນາຕະຫຼາດທຶນ ແລະ ໄດ້ຮັບຟັງກ່ຽວກັບລະບຽບຫຼັກການຂອງສາກົນ ໃນການຄຸ້ມຄອງກິດຈະການບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບ ໃຫ້ມີຄວາມໂປ່ງໃສ ແລະ ຍຸດຕິທໍາ . ຄຽງຄູ່ກັນນັ້ນ, ທີ່ປະຊຸມຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າກ່ຽວກັບການພັດທະນາຕະຫຼາດທຶນ ຂອງແຕ່ລະປະເທດ ແລະ ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ແລະ ປຶກສາຫາລືແນວທາງການຮ່ວມມືໃນຕໍ່ໜ້າ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.