Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມ ຄຄຊ ຄັ້ງທີ III ປະຈໍາປີ 2016
ວັນທີອອກຂ່າວ: 2016-12-28 08:59:00

ເນື້ີອໃນຂ່າວ:

ກອງປະຊຸມ ຄະນະກຳມະການຄຸ້ມຄອງຫຼັກຊັບ (ຄຄຊ) ຄັ້ງທີ III ປະຈໍຳປີ 2016 ໄດ້ຈັດຂຶ້ນ ໃນຕອນເຊົ້າຂອງວັນທີ 27 ທັນວາ 2016 ທີ່ຫ້ອງປະຊຸມໃຫຍ່ ທະນາຄານແຫ່ງ ສປປ ລາວ (ທຫລ), ນະຄອນຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມເປັນປະທານ ຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານ ຄຄຊ, ພ້ອມນີ້ກໍມີ ທ່ານ ປອ. ສົມພາວ ໄຟສິດ ຜູ້ວ່າການ ທຫລ, ຮອງປະທານ ຄຄຊ, ຄະນະ ຄຄຊ ແລະ ພະນັກງານຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມທັງໝົດ 30 ທ່ານ

ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານ ແລະ ພິຈາລະນາຮັບຮອງເອົາບັນຫາຕ່າງໆ ເປັນຕົ້ນແມ່ນ ບົດສະ ຫຼຸບການເຄື່ອນໄຫວວຽກງານຕະຫຼາດທຶນ ແລະ ງົບປະມານຂອງສຳນັກງານ ຄຄຊ ປະຈຳປີ 2016 ແລະ ທິດທາງແຜນການປີ 2017. ພ້ອມນີ້, ກໍ່ໄດ້ປຶກສາຫາລືກ່ຽວກັບການຂໍອະນຸມັດອອກຈຳໜ່າຍຫຼັກຊັບຢູ່ຕະຫຼາດຫຼັກຊັບລາວ ຂອງ 2 ບໍລິສັດ ຄື: ບໍລິສັດ ພູສີ ກໍ່ສ້າງ ແລະ ພັດທະນາ ມະຫາຊົນ ແລະ ບໍລິສັດ ປີໂຕຣລ້ຽມເທຣດດີ້ງລາວ ມະຫາ ຊົນ. ນອກນັ້ນ, ກອງປະຊຸມຍັງໄດ້ສະເໜີແຕ່ງຕັ້ງຄະນະກະກຽມ ບໍລິສັດ ລັດວິສະຫະກິດ ລາວ ໂທລະຄົມມະນາຄົມ ເປັນ ບໍລິສັດມະຫາຊົນ

ທ່ານ ປະທານ ຄຄຊ ໄດ້ຕີລາຄາສູງຕໍ່ການເຄື່ອນໄຫວວຽກງານຄຸ້ມຄອງຫຼັກຊັບ ໃນໄລຍະທີ່ຜ່ານມາ, ເຊິ່ງເຮັດໃຫ້ວຽກງານດັ່ງກ່າວມີຄວາມສະຫງົບ ແລະ ມີຄວາມໜັກແໜ້ນເຂັ້ມແຂງຫຼາຍຂຶ້ນກວ່າເກົ່າ. ພ້ອມນັ້ນ ທ່ານ ປະທານຍັງໄດ້ຮຽກຮ້ອງໃຫ້ຄະນະກຳມະການ ຄຄຊ ແລະ ສຳນັກງານ ຄຄຊ ສືບຕໍ່ເອົາໃຈໃສ່ຄຸ້ມຄອງການເຄື່ອນໄຫວຂອງຜູ້ມີສ່ວນຮ່ວມໃນຕະຫຼາດທຶນດ້ວຍຄວາມຮັບຜິດຊອບສູງ ແລະ ສຸມໃສ່ປັບປຸງ ແລະ ສ້າງບັນດາລະບຽບການຕ່າງໆ ເພື່ອເປັນບ່ອນອີງໃນການຄຸ້ມຄອງ ແລະ ພັດທະນາວຽກງານຕະຫຼາດທຶນໃຫ້ຮັດກຸມ ແລະ ທັນສະພາບການ

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.