Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຄຄຊ ໃຫ້ສຳພາດກັບສະຖາບັນແມ່ນ້ຳຂອງ ກ່ຽວກັບການລົງທຶນໃນການພັດທະນາແບບຍືນຍົງຢູ່ ສປປລາວ
ວັນທີອອກຂ່າວ: 2017-03-20 16:26:26

ເນື້ີອໃນຂ່າວ:

ໃນຕອນບ່າຍຂອງ ວັນພະຫັດ ທີ 16 ມີນາ 2017 ທີ່ສໍານັກງານ ຄຄຊ, ທ່ານ ສຽວສະຫວາດ ທີລະກຸນ ຮອງຫົວໜ້າສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ໃຫ້ສໍາພາດກັບ ຄະນະທີມງານຂອງສະຖາບັນແມ່ນໍ່້າຂອງ (Mekong Institute) ຊື່ງເປັນອົງການຮ່ວມມືສາກົນຂອງລັດຖະບານ ຂອງ 6 ປະເທດພາກພື້ນແມ່ນໍ້າຂອງ ຄື: ປະເທດກໍາປູເຈຍ, ສປ. ຈີນ, ລາວ, ມຽນມ້າ, ໄທ ແລະ ສ. ຫວຽດນາມ ໃນການສ້າງຄວາມສະດວກການເຊື່ອມໂຍງ ແລະ ພັດທະນາໂຄງການ ແລະ ບຸກຄະລາກອນ ເພື່ອການພັດທະນາແບບຍືນຍົງ ໃນປະເທດພາກພື້ນແມ່ນໍ້າຂອງ ແລະ ປະເທດໃນອາຊຽນ. ປະຈຸບັນອົງກອນມີແຜນພັດທະນາ 3 ຂະແໜງການ ຄື: (1) ການພັດທະນາການຄ້າ ແລະ ກະສິກໍາ, (2) ການສ້າງຄວາມສະດວກໃນການຄ້າ ແລະ ການລົງທຶນ, ແລະ (3) ການເຊື່ອມໂຍງເທັກໂນໂລຊີ ແລະ ນະວັດຕະກໍາໃໝ່.

ໃນການມາສໍາພາດ ສໍານັກງານ ຄຄຊ ຂອງສະຖາບັນແມ່ນໍ້າຂອງ ກໍເພື່ອເກັບກໍາຂໍ້ມູນການພັດທະນາຕະຫຼາດທຶນ ທີ່ຕິດພັນກັບການພັດທະນາແບບຍືນຍົງ ຊຶ່ງ ທ່ານ ສຽວສະຫວາດ ທີລະກຸນ ໄດ້ແຈ້ງໃຫ້ກັບທີມງານຂອງສະຖາບັນແມ່ນໍ້າຂອງ ໄດ້ຊາບວ່າ: ໃນການເຄື່ອນໄຫວ ແລະ ການພັດທະນາຕະຫຼາດທຶນນັບຕັ້ງແຕ່ໄດ້ມີການສ້າງຕັ້ງຈົນຮອດປະຈຸບັນ ເຫັນໄດ້ວ່າ ການປະກອບສ່ວນຂອງຕະຫຼາດທຶນເຂົ້າໃນການພັດທະນາແບບຍືນຍົງ ແມ່ນຍັງບໍ່ທັນຕິດພັນໂດຍກົງເທົ່າທີ່ຄວນ. ນອກນັ້ນ, ທ່ານ ຮອງຫົວໜ້າສໍານັກງານ ຄຄຊ ໄດ້ແຈ້ງສະພາບການເຄື່ອນໄຫວຂອງຕະຫຼາດທຶນໃນປະຈຸບັນ ພ້ອມທັງແຜນບຸລິມະສິດຂອງ ສຄຄຊ ໃນຕໍ່ໜ້າ ທີ່ເປັນການພັດທະນາແບບຍືນຍົງໂດຍທາງອ້ອມ ເປັນຕົ້ນ ການສົ່ງເສີມບໍລິສັດຈົດທະບຽນໃຫ້ເພີ່ມຂື້ນ ໂດຍເລືອກເຟັ້ນບໍລິສັດທີ່ໄດ້ມາດຖານ ແລະ ເງື່ອນໄຂຂອງ ສຄຄຊ ເຂົ້າມາຈົດທະບຽນ ແລະ ຊື້-ຂາຍຮຸ້ນໃນຕະຫຼາດຫຼັກຊັບລາວ ລວມທັງການສ້າງລະບຽບການໃນການຄຸ້ມຄອງຕະຫຼາດທຶນລາວ ໃຫ້ມີຄວາມຮັດກຸມ ທັງນີ້ກໍເພື່ອການພັດທະນາຕະຫຼາດທຶນ ສປປ ລາວ ໃຫ້ກາຍເປັນທາງເລືອກໜື່ງໃນການລະດົມທຶນໃຫ້ແກ່ຫົວໜ່ວຍທຸລະກິດຕ່າງໆ.

Untitled Document


ພາບ ແລະ ຂ່າວໂດຍ: ທ່ານ ນາງ ສຸດ​ສະ​ດາ ຕິ່ນ​ທອງ​ໃສ.