Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມສຳມະນາເຜີຍແຜ່ລະບຽບການກ່ຽວຂ້ອງກັບບໍລິຈົດທະບຽນ
ວັນທີອອກຂ່າວ: 2017-03-22 08:59:38

ເນື້ີອໃນຂ່າວ:

ໃນຕອນເຊົ້າ ຂອງວັນທີ 9 ມີນາ 2017, ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ລະບຽບການກ່ຽວຂ້ອງກັບບໍລິສັດຈົດທະບຽນຂຶ້ນ ຢູ່ທີ່ຫ້ອງປະຊຸມຂອງ ຜ-ຟຟລ, ໃຫ້ກຽດຮ່ວມເປັນປະທານກອງປະຊຸມໂດຍ ທ່ານ ສຽວສະ ຫວາດ ທີລະກຸນ ຮອງຫົວໜ້າ ສຄຄຊ ແລະ ທ່ານ ນ. ລັດຕະນາ ປະທຸມວັນ ຜູ້ອຳນວຍການໃຫຍ່ ຜ-ຟຟລ, ພ້ອມນັ້ນ ກໍຍັງມີສະມາຊິກສະພາບໍລິຫານ ແລະ ພະນັກງານທີ່ກ່ຽວຂ້ອງຂອງ ຜ-ຟຟລ ເຂົ້າຮ່ວມທັງໝົດ 42 ທ່ານ.

ກອງປະຊຸມສຳມະນາຄັ້ງນີ້ ວິທະຍາກອນຈາກ ສຄຄຊ ໄດ້ນຳເອົາ 2 ຂໍ້ຕົກລົງມາເຜີຍແຜ່ ຄື: “ຂໍ້ຕົກລົງວ່າດ້ວຍສະພາບໍລິຫານຂອງບໍລິສັດຈົດທະບຽນ” ແລະ “ຂໍ້ຕົກລົງວ່າດ້ວຍລາຍການທີ່ກ່ຽວພັນ”, ຊຶ່ງຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ບັນດາສະມາຊິກສະພາບໍລິຫານ, ຄະນະອຳນວຍການ, ຄະນະພະແນກ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງຂອງບໍລິສັດດັ່ງກ່າວ ໄດ້ເຂົ້າໃຈ ແລະ ໃຫ້ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ.

ກອງປະຊຸມສຳມະນາດັ່ງກ່າວ ໄດ້ປິດລົງໃນເວລາ 15:30 ໂມງ ຂອງວັນດຽວກັນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.