Tuesday, 16 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ ຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ ຈັດກອງປະຊຸມສຳມະນາເຜີຍແຜ່ວຽກງານຕະຫຼາດທຶນ
ວັນທີອອກຂ່າວ: 2017-08-02 09:00:17

ເນື້ີອໃນຂ່າວ:

ໃນວັນທີ 12 ກໍລະກົດ 2017 ທີ່ຜ່ານມາ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຳນັກງານ ຄຄຊ) ແລະ ຕະຫຼາດຫຼັກຊັບລາວ (ຕລຊລ), ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາ ຊົນ ແລະ ບໍລິສັດຫຼັກຊັບ ທຄຕລ-ກທ ຮ່ວມກັບ ຫ້ອງການ ກະຊວງແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານຕະຫຼາດທຶນ ໃນຫົວຂໍ້ “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນກັບຮຸ້ນ” ທີ່ຫ້ອງປະຊຸມໃຫຍ່ ກະຊວງແຜນການ ແລະ ການລົງທຶນ, ໃຫ້ກຽດເປັນປະທານກ່າວເປີດກອງປະຊຸມໂດຍ ທ່ານ ນ. ຄໍາຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ມີພະນັກງານຂັ້ນກົມ, ຂັ້ນພະແນກ ແລະ ວິຊາການພາຍໃນກະຊວງດັ່ງກ່າວເຂົ້າຮ່ວມຮັບຟັງ ທັງໝົດ 133 ທ່ານ. ໃນໂອກາດດັ່ງກ່າວ ທ່ານ ນ. ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານ ຄຄຊ ກໍ່ໄດ້ໃຫ້ກຽດນຳພາຄະນະວິທະຍາກອນຈາກຂະແໜງຫຼັກຊັບເຂົ້າຮ່ວມໃນການບັນຍາຍໃນຄັ້ງນີ້.

ຈຸດປະສົງຂອງການຈັດກອງປະຊຸມເຜີຍແຜ່ໃນຄັ້ງນີ້ ກໍ່ແມ່ນເພື່ອຍົກລະດັບຄວາມຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ພະນັກງານພາຍໃນກະຊວງແຜນການ ແລະ ການລົງທຶນ ໄດ້ຮັບຊາບກ່ຽວກັບພາລະບົດບາດ ແລະ ກົນໄກຂອງຕະຫຼາດທຶນໃນ ສປປ ລາວ. ກອງປະຊຸມດັ່ງກ່າວ ໄດ້ຮັບຟັງການບັນຍາຍ ຈາກວິທະຍາກອນ 3 ພາກສ່ວນ ຄື: ສຳນັກງານ ຄຄຊ, ຕລຊລ ແລະ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ, ຊຶ່ງໄດ້ນຳສະເໜີໃນ 3 ຫົວຂໍ້ຍ່ອຍ ຄື: 1. “ພາບ ລວມຂອງຕະຫຼາດທຶນລາວ”; 2. “ຕະຫຼາດຫຼັກຊັບລາວທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ”; 3. “ປະ ໂຫຍດຂອງການລົງທຶນໃນຮຸ້ນ ແລະ ຂັ້ນຕອນການລົງທຶນ”. ນອກນັ້ນ ຍັງມີການຕັ້ງໂຕະໂຄສະນາຂໍ້ມູນຂ່າວສານກ່ຽວກັບວຽກງານຕະຫຼາດທຶນຂອງ ຕລຊລ ແລະ 3 ບໍລິສັດຫຼັກຊັບ.

ກອງປະຊຸມເຜີຍແຜ່ຄັ້ງນີ້ ໄດ້ເຮັດໃຫ້ນັກສຳນະນາກອນມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບບັນຫາຕ່າງໆຂອງຕະຫຼາດທຶນ ສປປ ລາວ ເປັນຕົ້ນແມ່ນ ຄວາມສຳຄັນຂອງຕະຫຼາດທຶນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ. ພ້ອມດຽວກັນນັ້ນ ໃນກອງປະຊຸມຍັງໄດ້ມີການແລກປ່ຽນຄຳເຫັນຢ່າງກົງໄປກົງມາ ເຮັດໃຫ້ກອງປະຊຸມໄດ້ຮັບຜົນສຳເລັດຕາມຈຸດປະສົງທີ່ກຳນົດໄວ້.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.