Wednesday, 24 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ ສືບຕໍ່ຈັດກອງປະຊຸມເຜີຍແຜ່ວຽກງານຕະຫຼາດທຶນຢູ່ສອງພາກສ່ວນ
ວັນທີອອກຂ່າວ: 2017-08-29 09:13:53

ເນື້ີອໃນຂ່າວ:

ໃນວັນທີ 15 ແລະ ວັນທີ 23 ສິງຫາ 2017 ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສໍານັກງານ ຄຄຊ) ສືບຕໍ່ຈັດກອງປະຊຸມເຜີຍແຜ່ວຽກງານຕະຫຼາດທຶນ ໃນຫົວຂໍ້ “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ” ຢູ່ທີ່ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຕາມລໍາດັບ. ໂດຍການເຂົ້າຮ່ວມຂອງຄະນະກົມ, ຄະນະພະແນກ ແລະ ວິຊາການຂອງກະຊວງດັ່ງກ່າວ ທັງໝົດຫຼາຍກ່າວ 200 ທ່ານ.

ຈຸດປະສົງຂອງກອງປະຊຸມເຜີຍແຜ່ໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຄວາມຮູ້-ຄວາມເຂົ້າໃຈໃຫ້ແກ່ພະນັກ ງານຂອງທັງສອງພາກສ່ວນ ໄດ້ຮັບຊາບກ່ຽວກັບພາລະບົດບາດ, ກົນໄກຂອງຕະຫຼາດທຶນລາວ ແລະ ຜົນປະໂຫຍດຂອງຕະຫຼາດທຶນທີ່ມີຕໍ່ທຸກໆພາກສ່ວນໃນສັງຄົມ. ກອງປະຊຸມດັ່ງກ່າວ ໄດ້ຮັບຟັງການບັນຍາຍໃນ 3 ເອກະສານ ຄື: 1. “ພາບລວມຂອງຕະຫຼາດທຶນລາວ”; 2. “ຕະຫຼາດຫຼັກຊັບລາວທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ” ແລະ 3. “ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຮຸ້ນ”.

ຜ່ານການຮັບຟັງການເຜີຍແຜ່ຄັ້ງນີ້ ໄດ້ເຮັດໃຫ້ພະນັກງານຂອງທັງສອງກະຊວງມີຄວາມຮັບຮູ້ຫຼາຍຂຶ້ນກ່ຽວກັບພາລະບົດບາດຂອງຕະຫຼາດທຶນໃນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ພ້ອມນັ້ນ ໃນກອງປະຊຸມເຜີຍແຜ່ຄັ້ງນີ້ຍັງໄດ້ມີການແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ເຮັດໃຫ້ນັກສຳມະນາກອນທີ່ເຂົ້າຮ່ວມມີຄວາມເຂົ້າໃຈຫຼາຍຂຶ້ນກວ່າເກົ່າກ່ຽວກັບວຽກງານຕະຫຼາດທຶນຂອງ ສປປ ລາວ ໃນປະຈຸບັນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.