Friday, 19 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບສືບຕໍ່ຈັດກອງປະຊຸມເຜີຍແຜ່ວຽກງານຕະຫຼາດທຶນ ໃຫ້ແກ່ສາມພາກສ່ວນພາຍໃນແຂວງສະຫວັນນະເຂດ
ວັນທີອອກຂ່າວ: 2017-11-28 14:57:09

ເນື້ີອໃນຂ່າວ:

ເພື່ອເປັນການສ້າງຄວາມຮູ້-ຄວາມເຂົ້າໃຈໃຫ້ແກ່ມວນຊົນພາຍໃນແຂວງສະຫວັນນະເຂດ ໄດ້ຮັບຊາບກ່ຽວກັບວຽກງານຕະຫຼາດທຶນໃນ ສປປ ລາວ. ໃນຕົ້ນເດືອນ ພະຈິກ 2017 ທີ່ຜ່ານມາ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ, ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາ ຊົນ ແລະ ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ ຈຶ່ງໄດ້ຮ່ວມກັບ ທະນາຄານແຫ່ງ ສປປ ລາວ ສາຂາ ສະຫວັນນະເຂດ, ວິທະຍາໄລຄູ ແຂວງສະຫວັນນະເຂດ ແລະ ມະຫາວິທະຍາໄລ ສະຫວັນນະເຂດ ຈັດກອງປະຊຸມເຜີຍແຜ່ວຽກງານຕະຫຼາດທຶນ ໃນຫົວຂໍ້ “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ” ຂຶ້ນ, ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 631 ທ່ານ.

ກອງປະຊຸມເຜີຍແຜ່ດັ່ງກ່າວ ໄດ້ຮັບຟັງການບັນຍາຍໃນ 3 ເອກະສານ ຄື: 1. “ພາບລວມຂອງຕະຫຼາດທຶນລາວ”; 2. “ຕະຫຼາດຫຼັກຊັບລາວທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ” ແລະ 3. “ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຮຸ້ນ”.

ຜ່ານການຮັບຟັງການເຜີຍແຜ່ຄັ້ງນີ້ ໄດ້ເຮັດໃຫ້ພະນັກງານຈາກບັນດາສະຖາບັນການເງິນພາຍໃນແຂວງສະ ຫວັນນະເຂດ, ບັນດາຄູອາຈານ ແລະ ນັກສຶກສາ ຈາກສອງສະຖາບັນການສຶກສາ ມີຄວາມຮັບຮູ້ຫຼາຍຂຶ້ນກ່ຽວກັບພາລະບົດບາດຂອງຕະຫຼາດທຶນໃນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ກົນໄກຂອງຕະຫຼາດທຶນລາວ ແລະ ຜົນປະໂຫຍດຂອງຕະຫຼາດທຶນທີ່ມີຕໍ່ທຸກໆພາກສ່ວນໃນສັງຄົມ.

ໃນກອງປະຊຸມເຜີຍແຜ່ຄັ້ງນີ້ ຍັງໄດ້ມີການແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ເຮັດໃຫ້ນັກສຳມະນາກອນທີ່ເຂົ້າຮ່ວມມີຄວາມເຂົ້າໃຈຫຼາຍຂຶ້ນກວ່າເກົ່າກ່ຽວກັບວຽກງານຕະຫຼາດທຶນຂອງ ສປປ ລາວ ໃນປະຈຸບັນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.