Tuesday, 16 April 2024

ຂ່າວສານ


ຫົວຂໍ້ຂ່າວ: ງານສໍາມະນາ ວຽກງານຕະຫຼາດທຶນ ເພື່ອຕ້ອນຮັບ ກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໜ່ວຍພັກ ສຄຄຊ ຄັ້ງທີ I
ວັນທີອອກຂ່າວ: 2018-02-27 09:18:15

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 20 ກຸມພາ 2018, ທີ່ ຫ້ອງປະຊຸມໃຫ່ຍ ຊັ້ນ 8 ຕະຫຼາດຫຼັກຊັບລາວ, ໜ່ວຍພັກ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ), ໄດ້ຈັດງານສໍາມະນາ ກ່ຽວກັບວຽກງານຕະຫຼາດທຶນ, ໂດຍການເປັນປະທານຂອງ ທ່ານ ວັນຄໍາ ວໍຣະວົງ, ຮອງເລຂາໜ່ວຍພັກ ສຄຄຊ, ຜູ້ອໍານວຍການໃຫຍ່ ຕະຫຼາດຫຼັກຊັບລາວ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ປະກອບມີ ພະນັກງານ ຈາກບັນດາກົມອ້ອມຂ້າງ ທະນາຄານ ແຫ່ງ ສປປປ ລາວ ແລະ ທະນາຄານທຸລະກິດ ຈໍານວນ 90 ກ່ວາທ່ານ, ຊຶ່ງຂຶ້ນບັນຍາຍໂດຍ ນັກວິທະຍາກອນທີ່ມີປະສົບການ ຈາກ ສໍານັກງານ ຄຄຊ ແລະ ຕລຊລ , ຫົວຂໍ້ທີ່ໄດ້ນໍາມາບັນຍາຍໃນຄັ້ງນີ້ປະກອບມີ: ພາບລວມຕະຫຼາດທຶນໃນ ສປປ ລາວ, ຕະຫຼາດຫຼັກຊັບຕໍ່ການພັດທະນາເສດຖະກິດສປປ ລາວ ແລະ ທາງເລືອກໃໝ່ຂອງການລົງທຶນໃນຮຸ້ນ.

ຈຸດປະສົງໃນການຈັດງານສໍາມະນາໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຂະບວນການຕ້ອນຮັບ ກອງປະຊຸມສະຫຼຸບຕີລາຄາ ການຈັດຕັ້ງການປະຕິບັດມະຕິກອງປະຊຸມໃຫຍ່ຂອງໜ່ວຍພັກ ສຄຄຊ ຄັ້ງທີ I, ທັງເປັນການເຜີຍແຜ່ຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນໃຫ້ແກ່ພະນັກງານໃນຂະແໜງການຕະຫຼາດເງິນ ໄດ້ຮັບຊາບ ແລະ ສາມາດປະກອບສ່ວນໃນການພັດທະນາຕະຫຼາດທຶນຂອງ ສປປ ລາວ ໄດ້ຢ່າງຖືກຕ້ອງ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.