Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ ສືບຕໍ່ໂຄສະນາ ເຜີຍແຜ່ວຽກງານຕະຫຼາດທຶນໃຫ້ແກ່ 3 ພາກສ່ວນ
ວັນທີອອກຂ່າວ: 2018-05-10 12:59:42

ເນື້ີອໃນຂ່າວ:

ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ(ສຄຄຊ) ສືບຕໍ່ ຮ່ວມກັບ ຕະຫຼາດຫຼັກຊັບລາວ ແລະ 3 ບໍລິສັດຫຼັກຊັບຄື: ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ, ບໍລິສັດ ຫຼັກຊັບ ລ້ານຊ້າງມະຫາຊົນ, ບໍລິສັດຫຼັກຊັບ ລາວ-ຈີນ ຈໍາກັດ. ຈັດກອງປະຊຸມ ໂຄສະນາເຜີຍແຜ່ວຽກງານຕະຫຼາດທຶນ ໃນຫົວຂໍ້ ”ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ” ໃຫ້ແກ່ພະນັກງານຂອງກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ທີ່ຫ້ອງປະຊຸມໃຫຍ່ ຂອງກະຊວງດັ່ງກ່າວ ໃນຕອນບ່າຍຂອງວັນທີ 03 ພຶດສະພາ 2018 ແລະ ເຜີຍແຜ່ໃຫ້ແກ່ພະນັກງານຂອງສະພາແຫ່ງຊາດ ແລະ ຫ້ອງວ່າການສໍານັກງານປະທານປະເທດ ທີ່ຫ້ອງປະຊຸມໃຫຍ່ຊັ້ນ 8 ຕະຫຼາດຫຼັກຊັບລາວ ໃນຕອນບ່າຍຂອງວັນທີ 04 ພຶດສະພາ 2018, ໂດຍການໃຫ້ກຽດເຂົ້່າຮ່ວມຂອງ ທ່ານ ນ. ສາຍສະໝອນ ຈັນທະຈັກ ຫົວໜ້າ ສຄຄຊ , ພ້ອມນັ້ນຍັງມີ ຄະນະກົມ, ຄະນະພະແນກ ແລະ ວິຊາການ ຂອງພາກສ່ວນດັ່ງກ່າວເຂົ້າຮ່ວມຫຼາຍກ່ວາ 200 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມເຜີຍແຜ່ ແມ່ນເພື່ອເຮັດໃຫ້ພະນັກງານຈາກທັງສາມພາກສ່ວນ ມີຄວາມຮັບຮູ້ຫຼາຍຂຶ້ນກ່ຽວກັບ ພາລະບົດບາດຂອງຕະຫຼາດທຶນ ໃນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ການນໍາໃຊ້ຕະຫຼາດທຶນເປັນທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ, ຜົນປະໂຫຍດທີ່ຈະໄດ້ຮັບ ແລະ ຂັ້ນຕອນການຊື້-ຂາຍຮຸ້ນໃນຕະຫຼາດຫຼັກຊັບລາວ.

ໃນຕອນທ້າຍຂອງກອງປະຊຸມເຜີຍແຜ່ ຍັງໄດ້ມີການແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ແລະ ເປັນກຽດຕອບຄໍາຖາມຂໍ້ຂອງໃຈຂອງນັກສຳມະນາກອນກ່ຽວກັບວຽກງານຕະຫຼາດທຶນ ໂດຍທ່ານຫົວໜ້າສຳນັກງານ ຄຄຊ, ຊຶ່ງໄດ້ເຮັດໃຫ້ນັກສໍາມະນາກອນ ມີຄວາມເຂົ້າໃຈຫຼາຍຂື້ນກ່ຽວກັບວຽກງານຕະຫຼາດທຶນລາວໃນປະຈຸບັນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.