Friday, 19 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສໍານັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ສຳນັກງານ ຄະນະກຳມະການ ຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບແຫ່ງປະເທດໄທ (ກລຕ) ແລະ ຕະຫຼາດຫຼັກຊັບແຫ່ງປະເທດໄທ (SET) ຈັດກອງປະຊຸມສຳມະນາ ໃນຫົວຂໍ້ “ການຈົດທະບຽນຄວບ ຫຼື Dual Listing” ຂຶ້ນຢູ່ທີ່ ສະຖາບັນການທະນາຄານ.
ວັນທີອອກຂ່າວ: 2018-05-10 13:06:36

ເນື້ີອໃນຂ່າວ:

ໃນວັນທີ 27 ເມສາ 2018 ສໍານັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ສຳນັກງານ ຄະນະກຳມະການ ຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບແຫ່ງປະເທດໄທ (ກລຕ) ແລະ ຕະຫຼາດຫຼັກຊັບແຫ່ງປະເທດໄທ (SET) ຈັດກອງປະຊຸມສຳມະນາ ໃນຫົວຂໍ້ “ການຈົດທະບຽນຄວບ ຫຼື Dual Listing” ຂຶ້ນຢູ່ທີ່ ສະຖາບັນການທະນາຄານ. ໂດຍການເປັນປະທານຂອງ ທ່ານ ນ. ນະຄອນສີ ມະໂນທັມ, ຮອງຫົວໜ້າສຳນັກງານ ຄຄຊ, ມີຄະນະນຳ ແລະ ພະນັກງານທີ່ມີສ່ວນກ່ຽວຂ້ອງໃນວຽກງານຕະຫຼາດທຶນ ເຂົ້າຮ່ວມ ຈຳນວນ 35 ທ່ານ.

ກອງປະຊຸມດັ່ງກ່າວໄດ້ຮັບຟັງການບັນຍາຍຈາກ ຊ່ຽວຊານທີ່ມາຈາກ ກລຕ ແລະ SET, ຊຶ່ງນຳໂດຍ ທ່ານ ນ. ລຸ້ງທິບ ຈະເລີນວິສຸທິວົງ ຜູ້ຊ່ວຍຜູ້ຈັດການ SET ແລະ ທ່ານ ທະຫວັດໄຊ ກຽດກະວານກູນ ຫົວໜ້າຝ່າຍວິກິດການເງິນ ກລຕ.

ຈຸດປະສົງຂອງການຈັດກອງປະຊຸມເຜີຍແຜ່ໃນຄັ້ງນີ້ ແມ່ນເພື່ອເປັນການສ້າງຄວາມຮູ້-ຄວາມເຂົ້າໃຈກ່ຽວກັບການຈົດທະບຽນຄວບ ຢ່າງເລິກເຊິ່ງ ເປັນຕົ້ນແມ່ນ ຂັ້ນຕອນ-ເງື່ອນໄຂ ແລະ ນິຕິກໍາທີ່ກ່ຽວຂ້ອງກັບການຈົດທະບຽນຄວບ, ຊຶ່ງເປັນບັນຫາໃໝ່ ແລະ ເປັນວຽກທີ່ມີຄວາມທ້າທາຍແກ່ຕະຫຼາດທຶນທີ່ເກີດໃໝ່ຍັງຢູ່ໃນໄລຍະການຮຽນຮູ້ ແລະ ພັດທະນາຕົນ ເຊັ່ນ: ຕະຫຼາດທຶນລາວ.

ໃນຕອນທ້າຍຂອງກອງປະຊຸມໄດ້ມີການແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາເຮັດໃຫ້ນັກສຳມະນາກອນທີ່ເຂົ້ຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານການຈົດທະບຽນຄວບຫຼາຍຂຶ້ນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.