Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ຕະຫຼາດຫຼັກຊັບລາວ (ຕລຊລ) ແລະ ບໍລິສັດ Code of Success(COS) ແຫ່ງປະເທດໄທ ໄດ້ຈັດກອງປະຊຸມສໍາມະນາ ໃນຫົວຂໍ້ “ການພັດທະນາຄວາມຄິດແບບວິທີຄິດບວກ ຫຼື Positive Thinking Development”
ວັນທີອອກຂ່າວ: 2018-05-10 13:12:01

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 03 ພຶດສະພາ 2018, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ຕະຫຼາດຫຼັກຊັບລາວ (ຕລຊລ) ແລະ ບໍລິສັດ Code of Success(COS) ແຫ່ງປະເທດໄທ ໄດ້ຈັດກອງປະຊຸມສໍາມະນາ ໃນຫົວຂໍ້ “ການພັດທະນາຄວາມຄິດແບບວິທີຄິດບວກ ຫຼື Positive Thinking Development” ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມໃຫຍ່ ຊັ້ນ 8 ຕະຫຼາດຫຼັກຊັບລາວ. ໃຫ້ກຽດເປັນປະທານກ່າວເປີດກອງປະຊຸມສໍາມະນາໃນຄັ້ງນີ້ ໂດຍ ທ່ານ ນ. ນະຄອນສີ ມະໂນທັມ ຮອງຫົວໜ້າ ສຄຄຊ, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ປະກອບມີ ທ່ານ ດຣ. ນາຣາ ກິດຕິເມກຸນ ນັັກວິທະຍາກອນ , ທ່ານ ອັນນົບ ນິຍົມເດຊາ ວິທະຍາກອນ (ເປັນຜູ້ຊ່ວຍ) ຈາກ ບໍລິສັດ Code of Success (COS) ແຫ່ງປະເທດໄທ, ພ້ອມດ້ວຍ ຄະນະພະແນກ ແລະ ວິຊາການ ຈາກ ຕລຊລ, ສຄຄຊ ແລະ ທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມຫຼາຍກ່ວາ 100 ທ່ານ. ກອງປະຊຸມສໍາມະນາດັ່ງກ່າວຍັງໄດ້ຮັບຟັງ 4 ຫົວຂໍ້ຍ່ອຍດັ່ງນີ້:

- ວິທີເຂົ້າໃຈຄວາມຕ້ອງການຂອງຕົນເອງ ແລະ ອຸປະສັກຕ່າງໆ ຂອງຄວາມສຸກ
- ພຶດຕິກໍາທີ່ກໍ່ໃຫ້ເກີດຄວາມສຸກ ແລະ ຜົນກະທົບຄວາມສຸກຂອງບຸກຄົນ
- 6 ປັດໃຈທີ່ມະນຸດຕ້ອງການ
- ການເບີ່ງໂລກໃນແງ່ດີ ແລະ ຮູ້ຄຸນຄ່າສີ່ງດີໆໃນຊີວິດ

ຈຸດປະສົງ ຈັດກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອເສີມສ້າງ ທັດສະນະຄະຕິແບບວິທີຄິດບວກໃນການເຮັດວຽກ ແລະ ການໃຊ້ຊີວິດປະຈໍາວັນຢ່າງມີຄວາມສຸກ ໃຫ້ແກ່ພະນັກງານພາຍໃນ ສຄຄຊ, ຕລຊລ ແລະ ທຫລ, ໄດ້ຮຽນຮູ້ວິທີການພັດທະນາແນວຄວາມຄິດແບບວິທີຄິດບວກ ໃຫ້ສາມາດເຂົ້າໃຈຄວາມຕ້ອງການຂອງຕົນເອງ ແລະ ຄົນຮອບຂ້າງ ສາມາດຮູ້ນໍາໃຊ້ຄວາມຄິດໃນດ້ານບວກໃຫ້ເກີດພະລັງໃນການເຮັດວຽກ, ການດໍາລົງຊີວິດ ແລະ ສາມາດປ່ຽນແປງວິທີການຄິດ ແລະ ທັດສະນະຄະຕິຂອງຕົນເອງ ແລະ ພັດທະນາວຽກຂອງຕົນໃຫ້ກ້າວໜ້າຍິ່ງຂຶ້ນ ກໍ່ຄືການພັດທະນາອົງກອນຂອງຕົນໃຫ້ມີຄວາມເຂັ້ມແຂງ. ກອງປະຊຸມສໍາມະນາດັ່ງກ່າວໄດ້ດໍາເນີນມາເປັນເວລາ 1 ວັນ ແລະ ໄດ້ປິດລົງໃນວັນດຽວກັນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.