Friday, 19 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມເຜີຍແຜ່ລະບຽບການກ່ຽວຂ້ອງ ໃຫ້ແກ່ 2 ບໍລິສັດຈົດທະບຽນໃໝ່
ວັນທີອອກຂ່າວ: 2018-05-17 14:42:38

ເນື້ີອໃນຂ່າວ:

ເພື່ອເຮັດໃຫ້ຄະນະນຳ ແລະ ພະນັກງານທີ່ກ່ຽວຂ້ອງຂອງສອງບໍລິສັດຈົດທະບຽນໃໝ່ ຮັບຮູ້-ເຂົ້າໃຈ ແລະ ສາມາດຈັດຕັ້ງປະຕິບັດໄດ້ຕາມລະບຽບການ. ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດກອງປະຊຸມເຜີຍແຜ່ລະບຽບການກ່ຽວຂ້ອງກັບບໍລິສັດຈົດທະບຽນ ຈຳນວນ 4 ລະບຽບ ຄື: 1. ຂໍ້ຕົກລົງວ່າດ້ວຍສະພາບໍລິຫານຂອງບໍລິສັດຈົດທະບຽນ; 2. ລະບຽບວ່າດ້ວຍການເປີດເຜີຍຂໍ້ມູນ; 3. ຂໍ້ຕົກລົງວ່າດ້ວຍລາຍການທີ່ກ່ຽວພັນ ແລະ 4. ບົດແນະນຳວ່າດ້ວຍການຈັດຕັ້ງກອງປະຊຸມຜູ້ຖືຮຸ້ນຂອງບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບ ໃຫ້ແກ່ ບໍລິສັດພູສີກໍ່ສ້າງ ແລະ ພັດທະນາ ມະຫາຊົນ ໃນວັນທີ 27 ເມສາ 2018 ແລະ ບໍລິສັດຊີມັງລາວ ມະຫາຊົນ ໃນວັນທີ 2 ພຶດສະພາ 2018 ຢູ່ທີ່ຫ້ອງປະຊຸມຂອງສອງພາກສ່ວນ, ຊຶ່ງໃຫ້ກຽດບັນຍາຍໂດຍ ທ່ານ ນ. ສາຍສະໝອນ ຈັນທະຈັກ ຫົວໜ້າ ສຄຄຊ.

ຈຸດປະສົງຂອງກອງປະຊຸມເຜີຍແຜ່ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ແກ່ບັນດາສະມາຊິກສະພາບໍລິຫານ, ຄະນະອຳນວຍການ, ຄະນະພະແນກ ແລະ ພະນັກງານວິຊາການ ທີ່ກ່ຽວຂ້ອງຂອງສອງພາກສ່ວນດັ່ງກ່າວ ໄດ້ເຂົ້າໃຈ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງຖືກຕ້ອງ, ພ້ອມທັງຫຼີກລ້ຽງການເຄື່ອນໄຫວ ແລະ ການປະຕິບັດໜ້າທີ່ ທີ່ຂັດກັບລະບຽບການກຳນົດ.

ໃນຕອນທ້າຍຂອງກອງປະຊຸມເຜີຍແຜ່ຍັງໄດ້ມີການແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ແລະ ເປັນກຽດຕອບຄຳຖາມຂໍ້ຂອງໃຈ ໂດຍ ທ່ານ ຫົວໜ້າ ສຄຄຊ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.