Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຄຄຊ ຈັດກອງປະຊຸມໂຄສະນາເຜີຍແຜ່ວຽກງານຕະຫຼາດທຶນ ຢູ່ ນະຄອນປາກເຊ ແຂວງຈຳປາສັກ
ວັນທີອອກຂ່າວ: 2018-07-06 15:22:59

ເນື້ີອໃນຂ່າວ:

ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ຕະຫຼາດຫຼັກຊັບລາວ ແລະ 3 ບໍລິ ສັດຫຼັກຊັບ ຄື: ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ, ບໍລິສັດຫຼັກຊັບ ລາວ-ຈີນ ຈໍາກັດ ຈັດກອງປະຊຸມໂຄສະນາເຜີຍແຜ່ວຽກງານຕະຫຼາດທຶນຂຶ້ນ 2 ຄັ້ງ ຄື: ໃນຕອນເຊົ້າຂອງວັນທີ 28 ມິຖຸນາ 2018 ໄດ້ຈັດກອງປະຊຸມສໍາມະນາໃນຫົວຂໍ້ “ການລະດົມທຶນຈາກມວນຊົນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ” ທີ່ ຫ້ອງປະຊຸມໃຫຍ່ ທະນາຄານແຫ່ງ ສປປ ລາວ ສາຂາຈໍາປາສັກ ໃຫ້ແກ່ບັນດາວິສາຫະກິດ, ສະຖາບັນການເງິນ ແລະ ພະແນກການຕ່າງໆພາຍໃນແຂວງຈຳປາສັກ, ໂດຍການເປັນປະທານຂອງ ທ່ານ ນວນຕາ ແກ້ວມະນີ ວ່າການຫົວໜ້າທະນາຄານແຫ່ງ ສປປ ລາວ ສາຂາຈໍາປາສັກ, ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 137 ທ່ານ. ກອງປະຊຸມໄດ້ຮັບຟັງການບັນຍາຍກ່ຽວກັບການລະດົມທຶນຈາກມວນຊົນ ດ້ວຍການອອກຈຳໜ່າຍຮຸ້ນ ແລະ ຮຸ້ນກູ້; ການເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ; ການກຽມຄວາມພ້ອມ ເພື່ອລະດົມທຶນຈາກມວນຊົນ ແລະ ຂັ້ນຕອນການລົງທຶນໃນຫຼັກຊັບ ພ້ອມທັງຜົນປະໂຫຍດທີ່ຈະໄດ້ຮັບ.

ພ້ອມດຽວນັ້ນ, ໃນຕອນເຊົ້າຂອງວັນທີ 29 ມິຖຸນາ 2018 ສຄຄຊ ຍັງໄດ້ຮ່ວມກັບພາກສ່ວນກ່ຽວ ຂ້ອງຈັດກອງປະຊຸມສຳມະນາ ໃນຫົວຂໍ້ “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ” ຂຶ້ນທີ່ສະໂມສອນຂອງມະຫາວິທະຍາໄລຈໍາປາສັກ ໃຫ້ແກ່ພະນັກງານຄູອາຈານ ແລະ ນັກສຶກສາຈາກ 2 ພາກສ່ວນ ຄື: ມະຫາວິ ທະຍາໄລຈໍາປາສັກ ແລະ ວິທະຍາໄລການເງິນພາກໃຕ້, ໂດຍການເປັນປະທານຂອງ ທ່ານ ຄຳພາ ຫອມສົມບັດ ຮອງອາທິການບໍດີ ມະຫາວິທະຍາໄລຈໍາປາສັກ, ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 600 ທ່ານ. ກອງປະຊຸມໄດ້ຮັບຟັງການບັນຍາຍກ່ຽວກັບພາລະບົດບາດຂອງຕະຫຼາດທຶນ ໃນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ການນໍາໃຊ້ຕະຫຼາດທຶນເປັນທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ, ຜົນປະ ໂຫຍດທີ່ຈະໄດ້ຮັບ ແລະ ຂັ້ນຕອນການຊື້-ຂາຍຮຸ້ນໃນຕະຫຼາດຫຼັກຊັບລາວ.

ທັງສອງກອງປະຊຸມຍັງໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ນ. ນະຄອນສີ ມະໂນທັມ ຮອງຫົວໜ້າ ສຄຄຊ ແລະ ທ່ານ ວັນຄໍາ ວໍຣະວົງ ຜູ້ອໍານວຍການໃຫຍ່ ຕະຫຼາດຫຼັກຊັບລາວ. ພ້ອມນັ້ນ, ໃນຕອນທ້າຍຂອງກອງປະຊຸມສຳມະນາຍັງໄດ້ມີການແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ລະຫວ່າງ ນັກສຳມະນາກອນ ແລະ ວິທະຍາກອນຈາກແຕ່ລະພາກສ່ວນ, ຊຶ່ງໄດ້ເຮັດໃຫ້ນັກສໍາມະນາກອນ ມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບວຽກງານຕະຫຼາດທຶນລາວໃນປະຈຸບັນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.