Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຄຄຊ ເຜີຍແຜ່ຮ່າງບົດແນະນຳ LAO CG CODE
ວັນທີອອກຂ່າວ: 2018-07-17 14:51:28

ເນື້ີອໃນຂ່າວ:

ສຳນັກງານຄະນະກຳະມການຄຸ້ມຄອງຫຼັກຊັບ (ສຄຄຊ) ແລະ ອົງການການເງິນສາກົນ (IFC) ໄດ້ຮ່ວມກັນຈັດກອງປະຊຸມລະດົມຄຳເຫັນຕໍ່ຮ່າງບົດແນະນຳກ່ຽວກັບການຄຸ້ມຄອງບໍລິຫານສຳລັບບໍລິສັດຈົດທະບຽນ ແລະ ສຳມະນາກ່ຽວກັບມາດຕະຖານການຄຸ້ມຄອງບໍລິຫານອາຊຽນ ຂຶ້ນໃນວັນທີ 26 ມິຖຸນາ 2018 ທີ່ ໂຮງແຮມແລນມາກ, ນະຄອນ ຫຼວງວຽງຈັນ. ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນ. ສາຍສະໝອນ ຈັນທະຈັກ ຫົວໜ້າ ສຄຄຊ ແລະ ທ່ານ ອາ ນາ ອາລີເຢບ ຊຽວຊານຝ່າຍການຄຸ້ມຄອງບໍລິຫານ ຈາກ IFC, ພ້ອມນັ້ນກໍ່ຍັງມີນັກສຳມະນາກອນທີ່ມາຈາກບໍລິສັດຈົດທະບຽນ, ຕະຫຼາດຫຼັກຊັບ, ບໍລິສັດຫຼັກຊັບ, ທະນາຄານທຸລະກິດ ແລະ ບໍລິສັດເປົ້າໝາຍຈົດທະບຽນໃນຕະຫຼາດຫຼັກຊັບລາວ ຫຼາຍກວ່າ 30 ທ່ານ.

ກອງປະຊຸມຄັ້ງນີ້ ກໍ່ແມ່ນໝາກຜົນໜຶ່ງຂອງການຮ່ວມມືຂອງທັງສອງຝ່າຍຊຶ່ງໄດ້ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນທ້າຍປີ 2015 ແລະ ຈັດຂຶ້ນກໍ່ເພື່ອຮັບຟັງຄຳຄິດເຫັນຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງຕໍ່ກັບຮ່າງບົດແນະ ນຳກ່ຽວກັບການຄຸ້ມຄອງບໍລິຫານ ທີ່ຮ່າງຂຶ້ນໂດຍ ສຄຄຊ ກ່ອນທີ່ຈະປະກາດໃຫ້ຈັດຕັ້ງປະຕິບັດຢ່າງເປັນທາງການ. ພ້ອມນັ້ນ, ນັກສຳມະນາກອນຍັງໄດ້ຮັບຟັງການບັນຍາຍກ່ຽວກັບມາດຕະຖານການຄຸ້ມຄອງບໍລິຫານອາຊຽນ ເພື່ອເປັນບົດຮຽນ ແລະ ເປັນຄວາມຮູ້ເພີ່ມຕື່ມ, ພ້ອມທັງ ຍັງສາມາດນຳໄປເປັນບ່ອນອີງໃນການຈັດຕັ້ງປະຕິບັດບົດແນະນຳກ່ຽວກັບການຄຸ້ມຄອງບໍລິຫານ ທີ່ ສຄຄຊ ສ້າງຂຶ້ນອີກດ້ວຍ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.