Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ ສືບຕໍ່ໂຄສະນາ ເຜີຍແຜ່ວຽກງານຕະຫຼາດທຶນ ຢູ່ທີ່ ສໍານັກງານໃຫຍ່ ທະນາຄານພັດທະນາລາວ
ວັນທີອອກຂ່າວ: 2018-11-12 14:29:23

ເນື້ີອໃນຂ່າວ:

ໃນຕອນບ່າຍຂອງວັນທີ 26 ຕຸລາ 2018, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ຕະຫຼາດຫຼັກຊັບລາວ ແລະ 3 ບໍລິສັດຫຼັກຊັບຄື: ບໍລິສັດຫຼັກຊັບ ລາວຈີນ ຈໍາກັດ, ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ, ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບວຽກງານຕະຫຼາດທຶນ ໃນຫົວຂໍ້ “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ”, ຂຶ້ນທີ່ ຫ້ອງປະຊຸຸມ ສໍານັກງານໃຫຍ່ ທະນາຄານພັດທະນາລາວ, ໂດຍການເປັນປະທານຮ່ວມຂອງ ທ່ານ ນ. ແນວດີ ວິມານພິມມະຫາ ຮອງຜູ້ອໍານວຍການໃຫຍ່ ທະນາຄານພັດທະນາລາວ ແລະ ທ່ານ ນ. ນະຄອນສີ ມະໂນທັມ ຮອງຫົວໜ້າ ສຄຄຊ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ປະກອບມີ ຄະນະກົມ, ຄະນະພະແນກ ແລະ ວິຊາການຂອງທະນາຄານພັດທະນາລາວ ຫຼາຍກ່ວາ 100 ທ່ານ.

ໃນກອງປະຊຸມສໍາມະນາດັ່ງກ່າວໄດ້ຮັບຟັງການບັນຍາຍ ໃນ 03 ເອກະສານຄື: 1. “ພາບລວມຂອງຕະຫຼາດທຶນລາວ”; 2. “ຕະຫຼາດຫຼັກຊັບລາວທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ” ແລະ 3. “ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຫຼັກຊັບ”. ຜ່ານການຮັບຟັງການເຜີຍແຜ່ໃນຄັ້ງນີ້ ໄດ້ເຮັດໃຫ້ບັນດານັກສໍາມະນາກອນມີຄວາມຮັບຮູ້ຫຼາຍຂຶ້ນກ່ຽວກັບວຽກງານຕະຫຼາດທຶນ ເປັນຕົ້ນແມ່ນ ພາລະບົດບາດຂອງຕະຫຼາດທຶນໃນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ການນໍາໃຊ້ຕະຫຼາດທຶນເປັນທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ, ພ້ອມທັງຜົນປະໂຫຍດທີ່ຈະໄດ້ຮັບຈາກການລົງທຶນໃນຮຸ້ນ.

ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ມີການແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ລະຫວ່າງນັກສໍາມະນາກອນ ແລະ ນັກວິທະຍາກອນ, ຊຶ່ງເຮັດໃຫ້ນັກສໍາມະນາກອນມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບວຽກງານຕະຫຼາດທຶນລາວໃນປັດຈຸບັນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.