Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມຮ່ວມມືສອງຝ່າຍ ລະຫວ່າງ ສຄຄຊ ແລະ ຄຄຊ ສສ.ຫວຽດນາມ ຄັ້ງທີ VII ໄດ້ຈັດຂຶ້ນທີ່ ນະຄອນຫຼວງພະບາງ
ວັນທີອອກຂ່າວ: 2018-12-27 09:29:42

ເນື້ີອໃນຂ່າວ:

ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ເປັນເຈົ້າພາບຈັດກອງປະຊຸມຮ່ວມມືສອງຝ່າຍ ລະຫວ່າງ ສຄຄຊ ແລະ ຄຄຊ ສສ.ຫວຽດນາມ ຄັ້ງທີ VII ຂຶ້ນໃນວັນທີ 10 ທັນວາ 2018, ຢູ່ທີ່ ຫ້ອງປະຊຸມ ທະນາ ຄານແຫ່ງ ສປປ ລາວ ສາຂາພາກເໜືອ ນະຄອນຫຼວງພະບາງ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນ. ສາຍສະໝອນ ຈັນທະຈັກ ຫົວໜ້າ ສຄຄຊ ແລະ ທ່ານ Tram Van Dzung ປະທານ ຄຄຊ ສສ.ຫວຽດນາມ, ຊຶ່ງເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ແມ່ນມີຄະນະນຳ ແລະ ພະນັກງານ ຈາກສອງພາກ ເຂົ້າຮ່ວມທັງໝົດ 15 ທ່ານ.

ກອງປະຊຸມຮ່ວມມືສອງຝ່າຍໃນຄັ້ງນີ້ ທັງສອງຝ່າຍໄດ້ລາຍງານ ແລະ ແລກປ່ຽນຄຳຄິດເຫັນກ່ຽວກັບສະພາບການພັດທະນາຕະຫຼາດທຶນຂອງປະເທດຕົນ ໃນໄລຍະ 1 ປີຜ່ານມາ, ພ້ອມທັງປະເມີນການຮ່ວມມື ໃນປີ 2018 ແລະ ແຜນການຮ່ວມມືສອງຝ່າຍ ປະຈຳປີ 2019. ໂດຍທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ຜົນສຳເລັດການຮ່ວມມືໃນໄລຍະຜ່ານມາ, ຊຶ່ງເຫັນໄດ້ວ່າ ສາຍສຳພັນການຮ່ວມມືສອງຝ່າຍນັບມື້ນັບມີຄວາມແໜ້ນແຟ້ນ ແລະ ໄດ້ຮັບໝາກຜົນສູງຂຶ້ນເລື່ອຍໆ ຍ້ອນການຊ່ວຍເຫຼືອດ້ວຍຄວາມຈິງໃຈຂອງ ຄຄຊ ສສ.ຫວຽດນາມ ແລະ ການປຶກສາຫາລື, ການແກ້ໄຂບັນຫາ ແລະ ການພັດທະນາຕະຫຼາດທຶນ ແບບກົງໄປກົງມາຂອງທັງສອງຝ່າຍ.

ໃນຕອນທ້າຍຂອງກອງປະຊຸມດັ່ງກ່າວ ທັງສອງຝ່າຍຍັງໄດ້ຮ່ວມກັນລົງນາມໃນບົດບັນທຶກກອງປະຊຸມຮ່ວມສອງຝ່າຍ ຄັ້ງທີ VII ປະຈຳປີ 2018 ໂດຍໄດ້ເປັນເອກະພາບກັນກ່ຽວກັບແຜນການຮ່ວມມື ປະຈຳປີ 2019.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.