Tuesday, 16 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສໍານັກງານ ຄຄຊ ເຂົ້າຮ່ວມຈັດກິດຈະກໍາສະເຫຼີມສະຫຼອງຄົບຮອບ 8 ປີ ມື້ເປີດການຊື້-ຂາຍ ຮຸ້ນຄັ້ງທໍາອິດ ທີ່ຕະຫຼາດຫຼັກຊັບລາວຈັັດຂຶ້ນ
ວັນທີອອກຂ່າວ: 2019-01-24 09:33:33

ເນື້ີອໃນຂ່າວ:

ໃນຕອນແລງ ຂອງວັນທີ 15 ມັງກອນ 2019 ທີ່ເດີ່ນເຕະບານ ເຟີຣາຣີ, ຕະຫຼາດຫຼັກຊັບລາວ ໄດ້ຈັດກິດຈະກໍາ ກິລາມິດຕະພາບຂຶ້ນ ເພື່ອເປັນການສະເຫຼີມສະຫຼອງ ມື້ເປີດການຊື້-ຂາຍ ຮຸ້ນຄົບຮອບ 8 ປີ ແລະ ການຍົກລະດັບກົນໄກການແລກປ່ຽນຊື້-ຂາຍ ຮຸ້ນຂອງຕະຫຼາດຫຼັກຊັບລາວ ພ້ອມທັງເປັນການສ້າງຄວາມສາມັກຄີຮັກແພງ ລະຫວ່າງພະນັກງານ ທີ່ກ່ຽວຂ້ອງວຽກງານຕະຫຼາດທຶນໃຫ້ມີຄວາມແໜ້ນແຟ້ນຂຶ້ນຕື່ມ. ໂດຍມີຄະນະນໍາ ແລະ ພະນັກງານຈາກ ສໍານັກງານ ຄຄຊ ແລະ 4 ບໍລິສັດຫຼັກຊັບຄື: ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ, ບໍລິສັດຫຼັກຊັບ ລາວ-ຈີນ ຈໍາກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫຼັກຊັບ ເອພີເອັມລາວ ຈໍາກັດ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ. ກິດຈະກໍາໃນຄັ້ງນີ້ ໄດ້ຮັບກຽດກ່າວເປີດງານໂດຍ ທ່ານ ວັນຄໍາ ວໍຣະວົງ ຜູ້ອໍານວຍການໃຫຍ່ ຕະຫຼາດຫຼັກຊັບລາວ ແລະ ຂຶ້ນມີຄໍາເຫັນໂດຍ ທ່ານ ນ. ສາຍສະໝອນ ຈັນທະຈັກ, ຫົວໜ້າສໍານັກງານ ຄຄຊ. ໃນກິດຈະກໍາດັ່ງກ່າວໄດ້ມີການແຂ່ງຂັນກິລາມິດຕະພາບ ບານເຕະ ຍິງ-ຊາຍ ແລະ ກິລາເປຕັງ ຊຶ່ງຕະຫຼອດໄລຍະເວລາການແຂ່ງຂັນແມ່ນເຫັນໄດ້ເຖິງຄວາມສາມັກຄີ ແລະ ມິດຕະພາບທີ່ມີຮ່ວມກັນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.