Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ຈັດກອງປະຊຸມເຜີຍແຜ່ວຽກງານຕະຫຼາດທຶນຢູ່ ສະຖາບັນການສຶກສາ ແຂວງວຽງຈັນ
ວັນທີອອກຂ່າວ: 2019-02-12 12:37:51

ເນື້ີອໃນຂ່າວ:

ເພື່ອເປັນການສ້າງຄວາມຮູ້-ຄວາມເຂົ້າໃຈ ໃຫ້ແກ່ພະນັກງານຄູອາຈານ ແລະ ນັກສຶກສາ ແຂວງວຽງຈັນ ໄດ້ຮັບຊາບກ່ຽວກັບ ພາລະບົດບາດ, ກົນໄກຂອງຕະຫຼາດທຶນລາວ ແລະ ຜົນປະໂຫຍດຂອງຕະຫຼາດທຶນທີ່ມີຕໍ່ທຸກໆພາກສ່ວນໃນສັງຄົມ. ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ( ສຄຄຊ) ຮ່ວມກັບຕະຫຼາດຫຼັກຊັບລາວ ແລະ 3 ບໍລິສັດຫຼັກຊັບຄື: ບໍລິສັດຫຼັກຊັບ ລາວຈີນ ຈໍາກັດ, ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານຕະຫຼາດທຶນ ຂື້ນໃນຫົວຂໍ້: “ການລະດົມທຶນຈາກມວນຊົນ ແລະ ຈົດທະບຽນໃນຕະຫຼາດຫຼັກຊັບລາວ”, ຂຶ້ນທີ່ ສະໂມສອນວິທະຍາໄລເຕັກນິກ ແຂວງວຽງຈັນ ເມືອງວັງວຽງ ແລະ ເມືອງວຽງຄໍາ ໂດຍການເປັນປະທານຮ່ວມຂອງ ທ່ານ ທອງສາ ອິນທະວົງ ຮອງຜູ້ອໍານວຍການວິທະຍາໄລເຕັກນິກແຂວງວຽງຈັນ ແລະ ທ່ານ ສຽວສະຫວາດ ທິລະກຸນ ຮອງຫົວໜ້າ ສຄຄຊ, ຊຶ່ງກອງປະຊຸມເຜີຍແຜ່ດັ່ງກ່າວ ໄດ້ຮັບຟັງການບັນຍາຍໃນ 3 ເອກະສານ ຄື: 1. “ການລະດົມທຶນຈາກມວນຊົນຢູ່ ສປປ ລາວ”; 2. “ຕະຫຼາດຫຼັກຊັບລາວທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ” ແລະ 3. “ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຮຸ້ນ”.

ຜ່ານການຮັບຟັງການເຜີຍແຜ່ຄັ້ງນີ້ ໄດ້ເຮັດໃຫ້ພະນັກງານຄູອາຈານ ແລະ ນັກສຶກສາທັງສອງພາກສ່ວນ ມີຄວາມຮັບຮູ້ຫຼາຍຂຶ້ນກ່ຽວກັບພາລະບົດບາດຂອງຕະຫຼາດທຶນໃນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ພ້ອມນັ້ນ ໃນກອງປະຊຸມເຜີຍແຜ່ຄັ້ງນີ້ຍັງໄດ້ມີການແລກປ່ຽນຄຳຄິດເຫັນຢ່າງກົງໄປກົງມາ ເຮັດໃຫ້ນັກສໍາມະນາກອນທີ່ເຂົ້າຮ່ວມມີຄວາມເຂົ້າໃຈຫຼາຍຂຶ້ນກວ່າເກົ່າກ່ຽວກັບວຽກງານຕະຫຼາດທຶນຂອງ ສປປ ລາວ ໃນປະຈຸບັນ.

ກອງປະຊຸມເຜີຍແຜ່ດັ່ງກ່າວໄດ້ຈັດຂື້ນ ໃນວັນທີ 30 ມັງກອນ 2019, ທີ່ສະໂມສອນ ວິທະຍາໄລເຕັກນິກ ແຂວງວຽງຈັນ ເມືອງວັງວຽງ ແລະ ໃນວັນທີ 31 ມັງກອນ 2019 ກໍ່ໄດ້ຈັດຂື້ນທີ່ ສະໂມສອນວິທະຍາໄລເຕັກນິກ ແຂວງວຽງຈັນ ເມືອງວຽງຄໍາ ໂດຍມີ ພະນັກງານຄູອາຈານ ແລະ ນັກສຶກສາ ຂອງວິທະຍາໄລດັ່ງກ່າວເຂົ້າຮ່ວມຢ່າງພ້ອມພຽງ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.