Thursday, 18 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຄຄຊ ຕ້ອນຮັບແຂກຈາກຕະຫຼາດທຶນໄທ
ວັນທີອອກຂ່າວ: 2019-03-06 13:15:02

ເນື້ີອໃນຂ່າວ:

ໃນຕອນບ່າຍຂອງວັນທີ 28 ກຸມພາ 2018 ທີ່ຫ້ອງປະຊຸມໃຫຍ່ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ທ່ານ ນາງ ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ໄດ້ຕ້ອນຮັບແຂກທີ່ມາຈາກຕະຫຼາດທຶນໄທ 5 ພາກສ່ວນ ຄື: ຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບປະເທດໄທ, ຕະຫຼາດຫຼັກຊັບແຫ່ງປະເທດໄທ, ບໍລິສັດຫຼັກຊັບບົວຫຼວງ, ບໍລິສັດຫຼັກຊັບເຄທີຊີມມິໂກ້ ແລະ ທະນາຄານບາງກອກ ມະຫາຊົນ ເປັນຈຳນວນທັງໝົດ 17 ທ່ານ ຊຶ່ງນຳໂດຍທ່ານ ຣະພີ ສຸຊາຣິທະກູນ ເລຂາທິການຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບໄທ ພ້ອມທັງທ່ານ ປ.ອ ພາກອນ ປີຕະທະວັດໄຊ ປະທານ ແລະ ກຳມະການຕະຫຼາດຫຼັກຊັບແຫ່ງປະເທດໄທ.

ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນກ່ຽວກັບຄວາມສຳຄັນຂອງການພັດທະນາຜະລິດຕະພັນໃນຕະຫຼາດທຶນ ໂດຍສະເພາະແມ່ນໃບສັນຍາຮັບຝາກຫຼັກຊັບ (Depository Receipt) ຊຶ່ງເປັນເຄື່ອງມືທາງການເງິນປະເພດໜຶ່ງທີ່ຈະຊ່ວຍໃຫ້ຕະຫຼາດຫຼັກຊັບມີສະພາບຄ່ອງເພີ່ມຂຶ້ນ, ມີການຮັບປະກັນການຊອກຫາລາຄາຢ່າງຖືກຕ້ອງ ແລະ ດຶງດູດເມັດເງິນຈາກຜູ້ລົງທຶນຕ່າງປະເທດໄດ້ຫຼາຍຂຶ້ນຢ່າງເປັນຮູບປະທຳ. ພ້ອມນັ້ນ, ການພົບປະໃນຄັ້ງນີ້ຍັງເປັນການຮັດແໜ້ນສາຍພົວພັນລະຫວ່າງຜູ້ຄຸ້ມຄອງ ແລະ ພາກສ່ວນທີ່ກ່ຽວຂ້ອງໃນວຽກງານຕະຫຼາດທຶນຂອງທັງສອງປະເທດອີກດ້ວຍ. ພ້ອມນີ້, ໃນຕອນທ້າຍຂອງກອງປະຊຸມດັ່ງກ່າວ ທ່ານ ນ. ສາຍສະໝອນ ຈັນທະຈັກ ກໍ່ໄດ້ຕີລາຄາສູງຕໍ່ການແລກປ່ຽນບົດຮຽນໃນຄັ້ງນີ້ ແລະ ຫວັງວ່າໃນຕໍ່ໜ້າຍັງຈະໄດ້ຮັບການຊ່ວຍເຫຼືອ ແລະ ແລກປ່ຽນບົດຮຽນໃນຕະຫຼາດທຶນເພື່ອພັດທະນາຕະຫຼາດທຶນລາວໃຫ້ມີປະສິດທິພາບ ແລະ ຍືນຍົງ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່, ສຸລິຍາ ໝື່ນວິເສດ.