Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມເຜີຍແຜ່ ໃນຫົວຂໍ້ “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ” ທີ່ກະຊວງສາທາລະນະສຸກ
ວັນທີອອກຂ່າວ: 2019-04-12 12:40:30

ເນື້ີອໃນຂ່າວ:

ສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ຮ່ວມກັບ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ເຜີຍແຜ່ໃນຫົວຂໍ້: “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ” ຂຶ້ນໃນຕອນເຊົ້າຂອງວັນທີ 28 ມີນາ 2019 ທີ່ ຫ້ອງປະຊຸມໃຫຍ່ ກະຊວງສາທາລະນະສຸກ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ດຣ ບຸນເລື່ອນ ພະລາດສະໂຍທາ ຮອງຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ທ່ານ ສຽວສະຫວາດ ທິລະກຸນ ຮອງຫົວໜ້າ ສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ. ກອງປະຊຸມດັ່ງກ່າວປະກອບດ້ວຍ ຜູ້ຕາງໜ້າຈາກສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບ, ບໍລິສັດຫຼັກຊັບ ແລະ ສຳມະນາກອນຈາກບັນດາກົມອ້ອມຂ້າງກະຊວງສາທາລະນະສຸກກໍ່ໃຫ້ກຽດເຂົ້າຮ່ວມຢ່າງພ້ອມພຽງຫຼາຍກ່ວາ 80 ທ່ານ

ຈຸດປະສົງຂອງກອງປະຊຸມເຜີຍແຜ່ໃນຄັ້ງນີ້ ກໍ່ແມ່ນເພື່ອເຜີຍແຜ່ໃຫ້ສຳມະນາກອນໃນກະຊວງສາທາລະນະສຸກໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານຕະຫຼາດທຶນ ເວົ້າລວມ ເວົ້າສະເພາະກໍ່ຄື ພື້ນຖານກ່ຽວກັບການລົງທຶນໃນຮຸ້ນ, ຊຶ່ງຜູ້ບັນຍາຍໄດ້ນຳສະເໜີເຖິງ ພາບລວມຕະຫຼາດທຶນ, ຕະຫຼາດຫຼັກຊັບລາວທາງເລືອກໃໝ່ຂອງການລະດົມທຶນ ແລະ ຜົນປະໂຫຍດແລະ ຂັ້ນຕອນການລົງທຶນໃນຫຼັກຊັບ

ກອງປະຊຸມດຳເນີນໄປເປັນເວລາເຄິ່ງວັນຕາມວາລະ ພ້ອມດຽວກັນນັ້ນ ນັກສຳມະນາກອນໃຫ້ຄວາມສົນໃຈ ຊຶ່ງສະເດງອອກໄດ້ຈາກຄຳຖາມທີ່ນຳມາແລກປ່ຽນກັບຜູ້ບັນຍາຍ ເປັນຕົ້ນແມ່ນ ກຳໄລຈາກການປັນຜົນຂອງຮຸ້ນໄດ້ຫຼາຍກ່ວາທະນາຄານຫຼືບໍ່?, ມືໃໝ່ຈະລົງທຶນໃນຮຸ້ນຕ້ອງກຽມພ້ອມຄືແນວໃດແນ່ ແລະ ອື່ນໆ ເປັນຕົ້ນ, ຊຶ່ງຜູ້ບັນຍາຍກໍ່ໄດ້ຕອບຄຳຖາມຢ່າງລະອຽດ ແລະ ກອງປະຊຸມດັ່ງກ່າວກໍ່ໄດ້ສິ້ນສຸດລົງໃນວັນດຽວກັນ

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.