Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ ຍື່ນຄຳຮ້ອງຂໍອອກຈຳໜ່າຍຫຼັກຊັບໃຫ້ແກ່ບໍລິສັດລາວອາຊຽນເຊົ່າສິນເຊື່ອມະຫາຊົນ
ວັນທີອອກຂ່າວ: 2019-05-08 12:48:06

ເນື້ີອໃນຂ່າວ:

ໃນຕອນບ່າຍຂອງວັນທີ 3 ພຶດສະພາ 2019 ທີ່ຜ່ານມາ ທ່ານ ນ. ສາຍສະໝອນ ຈັນທະຈັກ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ພະນັກງານທີ່ກ່ຽວຂ້ອງໄດ້ຮັບການເຂົ້າຍື່ນຄຳຮ້ອງຂໍອອກຈຳໜ່າຍຫຼັກຊັບຈາກ ບໍລິສັດລາວອາຊຽນເຊົ່າສິນເຊື່ອ ມະຫາຊົນ, ຊຶ່ງນໍາໂດຍ ທ່ານ ເທບສະຫວັນ ກິດຕິຍະວົງ ຮັກສາການຜູ້ອຳນວຍການ ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ.

ໃນການພົບປະຄັ້ງນີ້ ທ່ານ ນ. ສາຍສະໝອນ ຈັກທະຈັກ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ໄດ້ໃຫ້ທິດຕໍ່ການຄົ້ນຄວ້າການວາງແຜນທາງດ້ານການເງິນຂອງບໍລິສັດຫຼັກຊັບໃຫ້ມີຄວາມລະອຽດຖີ່ຖ້ວນ, ຖືກຕ້ອງຕາມຄວາມເປັນຈິງ ແລະ ໄດ້ຕາມລະບຽບການຕ່າງໆທີ່ກ່ຽວຂ້ອງກັບການອອກຈຳໜ່າຍຫຼັກຊັບ ເພື່ອຮັບປະກັນຜົນສຳເລັດຂອງການອອກຈຳໜ່າຍຫຼັກຊັບຂອງບໍລິສັດລາວອາຊຽນເຊົ່າສິນເຊື່ອ ມະຫາຊົນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.