Friday, 19 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມຄະນະກຳມະການຄຸ້ມຄອງຫຼັກຊັບ ຄັ້ງທີ II ປະຈຳປີ 2019
ວັນທີອອກຂ່າວ: 2019-06-17 12:36:02

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 13 ມິຖຸນາ 2019 ທີ່ ຫ້ອງປະຊຸມໃຫຍ່ ຊັ້ນ V ຕຶກອາຄານສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ໄດ້ຈັດກອງປະຊຸມຄະນະກຳມະການຄຸ້ມຄອງຫຼັກຊັບ ຄັ້ງທີ II ປະຈຳປີ 2019 ຂຶ້ນ ພາຍໃຕ້ການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະກໍາມະການຄຸ້ມຄອງຫຼັກຊັບ, ພ້ອມນີ້ຍັງມີ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ຮອງປະທານ ຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ເຂົ້າຮ່ວມ ກອງປະຊຸມດັ່ງກ່າວປະກອບດ້ວຍ ຄະນະກຳມະການຄຸ້ມຄອງຫຼັກຊັບ, ຄະນະກົມ, ຄະນະພະແນກ ແລະ ວິຊາການທີ່ກ່ຽວຂ້ອງຈາກສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບກໍ່ໄດ້ເຂົ້າຮ່ວມຢ່າງພ້ອມພຽງ

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍ່ແມ່ນເພື່ອລາຍງານຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຄະນະກຳມະການຄຸ້ມຄອງຫຼັກຊັບຄັ້ງທີ I ປະຈຳປີ 2019 ແລະ ລາຍງານສະພາບການເຄື່ອນໄຫວວຽກງານຂອງຕະຫຼາດຫຼັກຊັບລາວໃນໄລຍະຜ່ານມາ. ພ້ອມດຽວກັນນີ້ ກອງປະຊຸມຍັງໄດ້ສະເໜີຮັບຮອງເອົານິຕິກຳຈຳນວນ 2 ສະບັບ ຄື ລະບຽບວ່າດ້ວຍ ການອອກຈຳໜ່າຍຮຸ້ນກູ້ ແລະ ລະບຽບວ່າດ້ວຍການຮັບຮອງທະນາຄານດູເເລຊັບສິນ. ນອກນີ້, ຍັງໄດ້ສະເໜີຂໍຮັບຮອງການສະເໜີອອກຈຳໜ່າຍຮຸ້ນໃຫ້ແກ່ມວນຊົນຂອງ 2 ບໍລິສັດ ອີກດ້ວຍ

ກອງປະຊຸມດຳເນີນໄປເປັນເວລາເຄິ່ງວັນຕາມວາລະ, ພ້ອມດຽວກັນນີ້ ຄະນະກໍາມະການຄຸ້ມຄອງຫຼັກຊັບທຸກທ່ານຍັງໄດ້ມີຄຳເຫັນ ແລະ ປຶກສາຫາລືກັນຢ່າງກົງໄປກົງມາ ເຮັດໃຫ້ສາມາດປະຕິບັດໄດ້ຕາມຈຸດປະສົງເປົ້າໝາຍ ແລະ ກຳໄດ້ເຖິງເນື້ອແທ້ຈິດໃຈຂອງກອງປະຊຸມຢ່າງລະອຽດ

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.