Tuesday, 23 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ ສືບຕໍ່ໂຄສະນາ ເຜີຍແຜ່ວຽກງານຕະຫຼາດທຶນຢູ່ທີ່ ສຳນັກງານປົກຄອງນະຄອນຫຼວງວຽງຈັນ
ວັນທີອອກຂ່າວ: 2019-07-09 15:04:38

ເນື້ີອໃນຂ່າວ:

ເພື່ອເປັນການສົ່ງເສີມຄວາມຮູ້ກ່ຽວກັບວຽກງານຕະຫຼາດທຶນລາວ ໃຫ້ແກ່ມ່ວນຊົນລາວ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານດັ່ງກ່າວ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຮ່ວມກັບ ຕະຫຼາດຫຼັກຊັບລາວ ແລະ 3 ບໍລິສັດຫຼັກຊັບຄື: ບໍລິສັດຫຼັກຊັບ ລາວຈີນ ຈໍາກັດ, ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ, ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບວຽກງານຕະຫຼາດທຶນ ໃນຫົວຂໍ້ “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ”, ໃຫ້ແກ່ພະນັກງານພາຍໃນ ສຳນັກງານປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາພາກສ່ວນຕ່າງໆປີ່ນອ້ອມທຸກໆຂັ້ນ ໃນວັນທີ 05 ກໍລະກົດ 2019. ໂດຍການເປັນປະທານຂອງ ທ່ານ ພູວົງ ວົງຄຳຊາວ ຫົວໜ້າຫ້ອງວ່າການນະຄອນຫຼວງວຽງຈັນ, ເປັນກຽດກ່າວມີຄຳເຫັນຂອງ ທ່ານ ວຽງຄຳ ວັນສີລາລົມ ຮອງຫົວໜ້າສຳນັກງານ ຄະນະກຳມະການຄຸ້ມຄອງຫຼັກຊັບ. ກອງປະຊຸມຄັ້ງນີ້ປະກອບມີນັກສຳມະນາກອນ ເຂົ້າຮ່ວມທັງໝົດ 132 ທ່ານ.

ໃນກອງປະຊຸມສໍາມະນາດັ່ງກ່າວໄດ້ຮັບຟັງການບັນຍາຍ ໃນ 03 ເອກະສານຄື: 1. “ພາບລວມຂອງຕະຫຼາດທຶນລາວ”; 2. “ຕະຫຼາດຫຼັກຊັບລາວທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ” ແລະ 3. “ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຫຼັກຊັບ”. ຜ່ານການຮັບຟັງການເຜີຍແຜ່ໃນຄັ້ງນີ້ ໄດ້ເຮັດໃຫ້ບັນດານັກສໍາມະນາກອນ ມີຄວາມຮັບຮູ້ຫຼາຍຂຶ້ນກ່ຽວກັບພາລະບົດບາດຂອງຕະຫຼາດທຶນໃນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ການນໍາໃຊ້ຕະຫຼາດທຶນເປັນທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ, ພ້ອມທັງຜົນປະໂຫຍດທີ່ຈະໄດ້ຮັບ.

ໃນກອງປະຊຸມເຜີຍແຜ່ຄັ້ງນີ້ ຍັງໄດ້ມີການແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງ ,ຊຶ່ງໄດ້ເຮັດໃຫ້ນັກສໍາມະນາກອນ ມີຄວາມເຂົ້າໃຈຫຼາຍຂື້ນກ່ຽວກັບວຽກງານຕະຫຼາດທຶນລາວໃນປັດຈຸບັນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.