Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມເຜີຍແຜ່ ໃນຫົວຂໍ້: “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ”
ວັນທີອອກຂ່າວ: 2019-08-02 08:52:13

ເນື້ີອໃນຂ່າວ:

ສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ, ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ, ບໍລິສັດຫຼັກຊັບລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫຼັກຊັບລາວ-ຈີນ ຈຳກັດ ຮ່ວມກັບ ມະຫາວິທະຍາໄລສະຫວັນນະເຂດ ໄດ້ຈັດກອງປະຊຸມ ເຜີຍແຜ່ໃນຫົວຂໍ້: “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ” ຂຶ້ນໃນວັນທີ 26 ກໍລະກົດ 2019 ທີ່ ສະໂມສອນໃຫຍ່ ຂອງມະຫາວິທະຍາໄລສະຫັວນນະເຂດ, ພາຍໃຕ້ການເປັນປະທານຂອງ ທ່ານ ຮອງສາດສະດາຈານ ປະລິນຍາເອກ ສີທາ ເຂັມມະລາດ ຮອງອະທິການບໍດີ ມະຫາວິທະຍາໄລສະຫັວນນະເຂດ ແລະ ໃຫ້ກຽດກ່າວມີຄຳເຫັນໂດຍ ທ່ານ ວຽງຄຳ ວັນສີລາລົມ ຮອງຫົວໜ້າ ສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ທ່ານ ອານຸກອນ ສຸທຳນຸວົງ ຮັກສາການຜູ້ອຳນວຍການ ບໍລິສັດຫຼັກຊັບລ້ານຊ້າງ ມະຫາຊົນ. ກອງປະຊຸມດັ່ງກ່າວປະກອບດ້ວຍ ນັກສຳມະນາກອນຈາກມະຫາວິທະຍາໄລສະຫັວນນະເຂດກໍ່ໃຫ້ກຽດເຂົ້າຮ່ວມຫຼາຍກ່ວາ 160 ທ່ານ.

ຈຸດປະສົງຂອງກອງປະຊຸມເຜີຍແຜ່ໃນຄັ້ງນີ້ ກໍ່ແມ່ນເພື່ອເຜີຍແຜ່ໃຫ້ສຳມະນາກອນໃນມະຫາວິທະຍາໄລ ສະຫັວນນະເຂດໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານຕະຫຼາດທຶນ ເວົ້າລວມ, ເວົ້າສະເພາະກໍ່ຄື ພື້ນຖານກ່ຽວກັບການລົງທຶນໃນຮຸ້ນ, ຊຶ່ງຜູ້ບັນຍາຍໄດ້ນຳສະເໜີທັງໝົດ 6 ຫົວຂໍ້ຄື: 1. “ພາບລວມຂອງຕະຫຼາດທຶນລາວ”, 2.“ການລະດົມທຶນຈາກມວນຊົນ ຢູ່ ສປປລາວ”; 3. “ຕະຫຼາດຫຼັກຊັບທາງເລືອກໃໝ່ແຫ່ງການລົງທຶນ”, 4. “ການກະກຽມຄວາມພ້ອມເພື່ອລະດົມທຶນຈາກມວນຊົນ”, 5. “ບົດບາດຂອງບໍລິສັດຫຼັກັຊບ, ຂັ້ນຕອນການຊື້-ຂາຍ” ແລະ 6. “ການວິເຄາະ ແລະ ປະເມີນຮຸ້ນເບື້ອງຕົ້ນ”

ກອງປະຊຸມເຜີຍແຜ່ຄັ້ງນີ້ ນັກສຳມະນາກອນໄດ້ໃຫ້ຄວາມສົນໃຈໃນການປະກອບຄຳເຫັນ ແລະ ຮ່ວມຫຼິ້ນກິດຈະກຳຖາມ-ຕອບ ກ່ຽວກັບວຽກງານຕະຫຼາດທຶນຢ່າງຄຶກຄື້ນ ເຮັດໃຫ້ບັນຍາກາດຂອງກອງປະຊຸມດຳເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ມ່ວນຊື່ນຕະຫຼອດເວລາຂອງການດຳເນີນກອງປະຊຸມໜຶ່ງວັນຕາມວາລະ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.