Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຄຄຊ ໂຄສະນາເຜີຍແຜ່ວຽກງານຕະຫຼາດທຶນ ຢູ່ ພິພິທະພັນໄກສອນພົມວິຫານ
ວັນທີອອກຂ່າວ: 2019-08-19 16:17:55

ເນື້ີອໃນຂ່າວ:

ເພື່ອເປັນການສ້າງຄວາມຮູ້-ຄວາມເຂົ້າໃຈ ກ່ຽວກັບວຽກງານຕະຫຼາດທຶນໃຫ້ມວນຊົນ ເວົ້າລວມ, ເວົ້າສະເພາະ ກໍ່ຄືພະນັກງານລັດຖະກອນໃນອົງການຕ່າງໆ ໃຫ້ມີຄວາມຮັບຮູ້ ແລະ ສາມາດເຂົ້າມີສ່ວນຮ່ວມໃນການພັດທະນາຕະຫຼາດທຶນໄດ້ຢ່າງຖືກຕ້ອງຕາມລະບຽບການທີ່ກໍານົດ. ທີມງານໂຄສະນາເຜີຍແຜ່ວຽກງານຕະຫຼາດທຶນ ທີ່ປະກອບມີ:ສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ຕະຫຼາດຫຼັກຊັບລາວ, ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ, ບໍລິສັດຫຼັກຊັບລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫຼັກຊັບລາວ-ຈີນ ຈຳກັດ ຈຶ່ງໄດ້ຮ່ວມກັບ ພິພິທະພັນໄກສອນພົມວິຫານ ຈັດກອງປະຊຸມເຜີຍແຜ່ໃນຫົວຂໍ້: “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ” ຂຶ້ນໃນວັນທີ 12 ສິງຫາ 2019 ທີ່ ພິພິທະພັນໄກສອນພົມວິຫານ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ສິງທອງ ສິງຫາປັນຍາ ຄະນະພັັກຫ້ອງວ່າການສູນກາງພັກ, ເລຂາຄະນະພັກຮາກຖານ ຮັກສາການຫົວໜ້າຄະນະຮັບຜິດຊອບ ພິພິທະພັນໄກສອນພົມວິຫານ ແລະ ໃຫ້ກຽດກ່າວມີຄຳເຫັນໂດຍ ທ່ານ ວຽງຄຳ ວັນສີລາລົມ, ຮອງຫົວໜ້າ ສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ. ກອງປະຊຸມດັ່ງກ່າວປະກອບດ້ວຍ ນັກສຳມະນາກອນຈາກພະນັກງານພາຍໃນພິພິທະພັນໄກສອນພົມວິຫານ ກໍ່ໃຫ້ກຽດເຂົ້າຮ່ວມຫຼາຍກ່ວາ 130 ທ່ານ

ກອງປະຊຸມໄດ້ຮັບຟັງການເຜີຍແຜ່ ໃນ 3 ຫົວຂໍ້ຄື: 1. “ພາບລວມຂອງຕະຫຼາດທຶນລາວ”, 2. “ຕະຫຼາດຫຼັກຊັບລາວທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ”, 3. ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຫຼັກຊັບ, ຊຶ່ງໄດ້ເຮັດໃຫ້ນັກສໍາມະນາກອນມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບວຽກງານຕະຫຼາດທຶນ ເປັນຕົ້ນແມ່ນພາລະບົດບາດຂອງຕະຫຼາດທຶນໃນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ການນໍາໃຊ້ຕະຫຼາດຫຼັກຊັບລາວເປັນທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ, ຂັ້ນຕອນໃນການເປີດບັນຊີ ຊື້-ຂາຍ ຫຼັກຊັບ, ວິທີການສັ່ງຊື້-ຂາຍ ຫຼັກຊັບ ແລະ ຜົນປະໂຫຍດຕໍ່ຜູ້ລົງທຶນຈະໄດ້ຮັບຈາກການລົງທຶນໃນຫຼັກຊັບ

ໃນຕອນທ້າຍຂອງກອງປະຊຸມ ໄດ້ມີການແລກປ່ຽນຄຳເຫັນໃນຫຼາຍບັນຫາລະຫວ່າງນັກສໍາມະນາກອນ ແລະ ນັກວິທະຍາກອນ, ຊຶ່ງໄດ້ເຮັດໃຫ້ນັກສໍາມະນາກອນມີຄວາມເຂົ້າໃຈ ແລະ ກໍາໄດ້ເນື້ອໃນວຽກງານຕະຫຼາດທຶນຫຼາຍຂຶ້ນ

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.