Thursday, 25 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມເຜີຍແຜ່ເອກະສານສຳຄັນຂອງພັກ ຕໍ່ພະນັກງານ ສຄຄຊ ແລະ ຕລຊລ
ວັນທີອອກຂ່າວ: 2019-09-06 06:55:34

ເນື້ີອໃນຂ່າວ:

ເພື່ອເປັນການກະກຽມຕ້ອນຮັບກອງປະຊຸມໃຫຍ່ໜ່ວຍພັກ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ), ໜ່ວຍພັກ ສຄຄຊ ຈຶ່ງໄດ້ຈັດກອງປະຊຸມເຜີຍແຜ່ເອກະສານສຳຄັນຂອງພັກ ຕໍ່ພະນັກງານ ສຄຄຊ ແລະ ຕລຊລ ຂຶ້ນໃນຕອນເຊົ້າຂອງວັນທີ 28 ສິງຫາ 2019 ທີ່ຫ້ອງປະຊຸມໃຫຍ່ ສຄຄຊ, ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສາຍສະໝອນ ຈັນທະຈັກ ເລຂາໜ່ວຍພັກ ສຄຄຊ, ຫົວໜ້າ ສຄຄຊ ຊຶ່ງກອງປະຊຸມດັ່ງກ່າວປະກອບດ້ວຍ ພະນັກງານການນຳ ແລະ ວິຊາການຈາກ ສຄຄຊ ແລະ ຕລຊລ ເຂົ້າຮ່ວມຈຳນວນ 61 ທ່ານ

ຈຸດປະສົງຂອງກອງປະຊຸມເຜີຍແຜ່ເອກະສານສຳຄັນໃນຄັ້ງນີ້ ກໍ່ແມ່ນເພື່ອນຳສະເໜີໃຫ້ພະນັກງານຈາກທັງສອງພາກສ່ວນຮັບຮູ້ ແລະ ເຂົ້າໃຈກ່ຽວກັບມະຕິ 8 ສະໄໝທີ X ຂອງພັກປະຊາຊົນປະຕິວັດລາວ, ລະນຶກວັນຄ້າຍວັນເກີດຂອງ ທ່ານປະທານ ສຸພານຸວົງ ຄົບຮອບ 110 ປີ, ຜ່ານຂໍ້ຕົກລົງຂອງຄະນະພັກ ທຫລ, ເຜີຍແຜ່ບົດຄວາມເຫັນໂອ້ລົມຂອງສະຫາຍ ເລຂາຄະນະພັກ ທຫລ ຕໍ່ກອງປະຊຸມເຊື່ອມຊຶມມະຕິ 8 ສະໄໝທີ X ຂອງພັກປະຊາຊົນປະຕິວັດລາວ ແລະ ຍົກສູງຄວາມເຂົ້າໃຈໃຫ້ແກ່ພະນັກງານທັງສອງພາກສ່ວນໃຫ້ໄດ້ມີໂອກາດໄດ້ຮຽນຮູ້ກ່ຽວກັບບັນດາມະຕິຂອງຄະນະພັກ ທຫລ ແຕ່ລະສະໄໝ ເພື່ອນຳມາຜັນຂະຫຍາຍເຂົ້າໃນການປະຕິບັດວຽກງານໃຫ້ໄດ້ຮັບປະສິດທິພາບ ແລະ ປະສິດທິຜົນ

ບັນຍາກາດໃນກອງປະຊຸມດໍາເນີນໄປຢ່າງຟົດຟື້ນ ເຫັນໄດ້ຈາກການຕັ້ງໜ້າຮັບຟັງການເຜີຍແຜ່, ແລກປ່ຽນຄວາມຄິດເຫັນ ແລະ ຍົກຂໍ້ສະເໜີຕ່າງໆທີ່ເປັນວິທີທາງໃນການປັບປຸງແກ້ໄຂຈຸດອອ່ນ ເພື່ອເຮັດໃຫ້ຕະຫຼາດທຶນລາວໄດ້ຮັບການພັດທະນາແບບຕໍ່ເນື່ອງ. ກອງປະຊຸມເຜີຍແຜ່ຄັ້ງນີ້ໄດ້ດໍາເນີນໄປເປັນເວລາເຄິ່ງວັນຕາມວາລະດ້ວຍຄວາມຟົດຟື້ນ ແລະ ສຳເລັດຢ່າງຈົບງາມຕາມເນື້ອໃນຈິດໃຈຂອງກອງປະຊຸມ

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.