Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ຄຄຊ ສປ. ຈີນ ແລກປ່ຽນບົດຮຽນການຕິດຕາມ ແລະ ກວດກາຕະຫຼາດທຶນ
ວັນທີອອກຂ່າວ: 2019-09-17 08:02:56

ເນື້ີອໃນຂ່າວ:

ໃນວັນທີ 9-10 ກັນຍາ 2019 ທີ່ຫ້ອງປະຊຸມຊັ້ນ 5 ຂອງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຄະນະກຳມະການຄຸ້ມຄອງຫຼັກຊັບ ສປ. ຈີນ ໄດ້ຮ່ວມກັນຈັດກອງປະຊຸມສຳມະນາໃນ 3 ຫົວຂໍ້ຄື: 1, ລະບົບການຕິດຕາມກວດກາຕະຫຼາດທຶນ ແລະ ສະພາບການຄຸ້ມຄອງຄວາມສ່ຽງຕະຫຼາດຫຼັກຊັບ ແລະ ບໍລິສັດຮັບຝາກ-ສະສາງຊຳລະຫຼັກຊັບ; 2, ການຄົ້ນພົບ ແລະ ການແກ້ໄຂສາເຫດທີ່ລະເມີດລະບຽບກົດໝາຍໃນການຊຶ້-ຂາຍຫຼັກຊັບ ແລະ ສັນຍາຊື້-ຂາຍລ່ວງໜ້າ ແລະ 3, ບາງບັນຫາກ່ຽວກັບການຈົດທະບຽນຄວບ ໂດຍການເປັນປະທານຂອງ ທ່ານ ນ. ວຽງດາລີ ສຸພານຸວົງ ຮອງຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ. ພ້ອມນີ້, ກອງປະຊຸມດັ່ງກ່າວໄດ້ຮັບຟັງການບັນຍາຍຂອງ ທ່ານ ຫຼີ ຕົ່ງ ຜິງ ຮອງອະທິການບໍດີ ສະຖາບັນການເງິນ ແລະ ຕະຫຼາດທຶນ ສປ. ຈີນ, ທ່ານ ຈ່າງ ເນ້ຍ ຫົວໜ້າກົມຄຸ້ມຄອງ ແລະ ຕິດຕາມຕະຫຼາດຫຼັກຊັບ ແລະ ທ່ານ ອູຈຸນ ທາວ ຫົວໜ້າພະແນກກົມສືບສວນ-ສອບສວນ ຄະນະກຳມະການຄຸ້ມຄອງຫຼັກຊັບ ສປ. ຈີນ, ຊຶ່ງມີຕາງໜ້າເຂົ້າຮ່ວມກອງປະຊຸມສຳມະນາດັ່ງກ່າວຈາກ ຕະຫຼາດຫຼັກຊັບລາວ, ອົງການໄອຍະການປະຊາຊົນສູງສຸດ, ສູນແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ, ກົມຕໍາຫຼວດເສດຖະກິດ ກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍຄະນະພະແນກ ແລະ ວິຊາການຈາກ ສຄຄຊ ລວມທັງໝົດເປັນຈຳນວນ 25 ທ່ານ.

ການຈັດກອງປະຊຸມສຳມະນາໃນຄັ້ງນີ້ແມ່ນຈະເປັນທິດເຍືອງທາງ ແລະ ມີປະໂຫຍດທີ່ສຸດໃຫ້ແກ່ການນຳມາປັບປຸງ ແລະ ໝູນໃຊ້ເຂົ້າໃນການຄຸ້ມຄອງຕະຫຼາດທຶນລາວໃຫ້ຄົບຖ້ວນ ແລະ ສົມບູນຂຶ້ນຕື່ມ. ໂດຍສະເພາະແມ່ນການສ້າງລະບົບຕິດຕາມການຊື້-ຂາຍຫຼັກຊັບ ແລະ ຄຸ້ມຄອງຕະຫຼາດຫຼັກຊັບ, ການສຶບສວນສອບສວນ ແລະ ດຳເນີນຄະດີວຽກງານຫຼັກຊັບຢູ່ ສປປ ລາວ ແລະ ກົນໄກການປະສານງານກັບອົງການທີ່ກ່ຽວຂ້ອງກັບວຽກງານຫຼັກຊັບ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.