Friday, 19 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສືບຕໍ່ໂຄສະນາເຜີຍແຜ່ວຽກງານຕະຫຼາດທຶນ ຢູ່ທີ່ ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນວັນທີ 13 ກັນຍາ 2019
ວັນທີອອກຂ່າວ: 2019-09-27 08:47:56

ເນື້ີອໃນຂ່າວ:

ໃນຕອນບ່າຍຂອງວັນທີ 13 ກັນຍາ 2019, ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ), ຕະຫຼາດຫຼັກຊັບລາວ (ຕລຊລ) ແລະ 3 ບໍລິສັດຫຼັກຊັບຄື: ບໍລິສັດຫຼັກຊັບ ທຄຕລ-ກທ ຈໍາກັດ, ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫຼັກຊັບ ລາວຈີນ ຈໍາກັດ ຮ່ວມກັບ ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບວຽກງານຕະຫຼາດທຶນ ຢູ່ທີ່ ຫ້ອງປະຊຸມໃຫ່ຍ ຂອງ ກະຊວງດັ່ງກ່າວ ໃນຫົວຂໍ້ “ຄວາມເຂົ້າໃຈພຶ້ນຖານກ່ຽວກັບການລົງທຶນໃນຮຸ້ນ”, ໃຫ້ແກ່ພະນັກງານພາຍໃນ ຖວທ ພ້ອມດ້ວຍບັນດາຂະແໜ່ງການຕ່າງໆທີ່ກ່ຽວຂ້ອງ ຈຳນວນ 84 ທ່ານ.

ກອງປະຊຸມສຳມະນາຄັ້ງນີ້ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ບຸນເພັງ ສຸພາບ ຮອງຫົວໜ້າຫ້ອງການ ຖວທ ແລະ ທ່ານ ວຽງຄຳ ວັນສີລາລົມ ຮອງຫົວໜ້າ ສຄຄຊ, ໃນກອງປະຊຸມສໍາມະນາດັ່ງກ່າວໄດ້ຮັບຟັງການບັນຍາຍ ໃນ 03 ເອກະສານຄື: 1. ພາບລວມຂອງຕະຫຼາດທຶນລາວ, 2. ຕະຫຼາດຫຼັກຊັບລາວທາງເລືອກໃໝ່ຂອງການລະດົມທຶນ ແລະ ລົງທຶນ, 3. ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຫຼັກຊັບ. ຜ່ານການຮັບຟັງການເຜີຍແຜ່ໃນຄັ້ງນີ້ ໄດ້ເຮັດໃຫ້ບັນດານັກສໍາມະນາກອນ ມີຄວາມຮັບຮູ້ຫຼາຍຂຶ້ນກ່ຽວກັບ ພາລະບົດບາດຂອງຕະຫຼາດທຶນ ໃນການຊຸກຍູ້, ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ການນຳໃຊ້ຕະຫຼາດທຶນເພື່ອເປັນທາງເລືອກໃໝ່ໃນການລະດົມທຶນ ແລະ ລົງທຶນ, ພ້ອມທັງຂັ້ນຕອນການຊື້-ຂາຍ ຮຸ້ນ ແລະ ຜົນປະໂຫຍດທີ່ຈະໄດ້ຮັບ.

ຕອນທ້າຍກອງປະຊຸມເຜີຍແຜ່ຄັ້ງນີ້ ຍັງໄດ້ມີການແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ, ຊຶ່ງໄດ້ເຮັດໃຫ້ນັກສໍາມະນາກອນ ມີຄວາມເຂົ້າໃຈຫຼາຍຂື້ນກ່ຽວກັບວຽກງານຕະຫຼາດທຶນລາວໃນປັດຈຸບັນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.