Friday, 26 April 2024

ຂ່າວສານ


ຫົວຂໍ້ຂ່າວ: ສຄຄຊ ໂຄສະນາເຜີຍແຜ່ວຽກງານຕະຫຼາດທຶນ ຢູ່ ສະຖາບັນການທະນາຄານ
ວັນທີອອກຂ່າວ: 2021-04-05 14:17:49

ເນື້ີອໃນຂ່າວ:

ເພື່ອເປັນການສ້າງຄວາມຮູ້-ຄວາມເຂົ້າໃຈ ກ່ຽວກັບວຽກງານຕະຫຼາດທຶນໃຫ້ມວນຊົນ ໄດ້ຮັບຮູ້, ເຂົ້າໃຈ ແລະ ສາມາດມີສ່ວນຮ່ວມໃນການພັດທະນາຕະຫຼາດທຶນຫຼາຍຂື້ນ ແລະ ຖືກຕ້ອງຕາມລະບຽບການທີ່ກໍານົດ, ທີມງານໂຄສະນາເຜີຍແຜ່ວຽກງານຕະຫຼາດທຶນ ທີ່ປະກອບມີ: ສຳນັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ), ຕະຫຼາດຫຼັກຊັບລາວ (ຕລຊລ), ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ, ບໍລິສັດຫຼັກຊັບລ້ານຊ້າງ ມະຫາຊົນ ແລະ ບໍລິສັດຫຼັກຊັບລາວ-ຈີນ ຈຳກັດ ຈຶ່ງໄດ້ຮ່ວມກັບ ສະຖາບັນການທະນາຄານ ຈັດກອງປະຊຸມເຜີຍແຜ່ໃນຫົວຂໍ້: “ຄວາມເຂົ້າໃຈພື້ນຖານກ່ຽວກັບການລົງທຶນໃນຮຸ້ນ” ຂຶ້ນໃນ ວັນທີ 2 ມີນາ 2021 ທີ່ ສະຖາບັນການທະນາຄານ, ພາຍໃຕ້ການເປັນປະທານຂອງ ທ່ານ ປອ ນ. ດ່ຽງຄຳ ແສງແກ້ວມີໄຊ ຮອງຜູ້ອໍານວຍການສະຖາບັນການທະນາຄານ ແລະ ໃຫ້ກຽດກ່າວມີຄຳເຫັນໂດຍ ທ່ານ ວຽງຄຳ ວັນສີລາລົມ, ຮອງຫົວໜ້າ ສຄຄຊ. ກອງປະຊຸມດັ່ງກ່າວປະກອບດ້ວຍ ນັກສຳມະນາກອນ ຄູ-ອາຈານ ແລະ ນັກສຶກສາຈາກສະຖາບັນການທະນາຄານ ເຂົ້າຮ່ວມຫຼາຍກ່ວາ 300 ທ່ານ.

ກອງປະຊຸມໄດ້ຮັບຟັງການເຜີຍແຜ່ ໃນ 4 ຫົວຂໍ້ຄື: 1. ພາບລວມຂອງຕະຫຼາດທຶນລາວ, 2. ບົດບາດ ແລະ ພັນທະຂອງບໍລິສັດຈົດທະບຽນຮຸ້ນ, 3.ຜົນປະໂຫຍດ ແລະ ຂັ້ນຕອນການລົງທຶນໃນຫຼັກຊັບ, 4. ຂໍ້ມູນກ່ຽວກັບການຈໍາໜ່າຍພັນທະບັດລັດຖະບານຜ່ານ ຕລຊລ. ຜ່ານການຈັດກອງປະຊຸມໂຄສະນາເຜີຍແຜ່ໃນຄັ້ງນີ້ ເຫັນໄດ້ວ່າຜູ້ເຂົ້າຮ່ວມມີຄວາມເຂົ້າໃຈກ່ຽວກັບວຽກງານຕະຫຼາດທຶນຫຼາຍຂຶ້ນ, ຊຶ່ງສະແດງໃຫ້ເຫັນຈາກການຕັ້ງຄຳຖາມເຈາະຈິ້ມ ແລະ ປະກອບສ່ວນສົນທະນາກັບນັກວິທະຍາກອນໄດ້ເປັນຢ່າງດີ ຊຶ່ງໄດ້ເຮັດໃຫ້ນັກສໍາມະນາກອນມີຄວາມເຂົ້າໃຈ ແລະ ກໍາໄດ້ເນື້ອໃນວຽກງານຕະຫຼາດທຶນຫຼາຍຂຶ້ນ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.