Saturday, 20 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມຄັ້ງທຳອິດຂອງ ຄຄຊ ໃນປີ 2021
ວັນທີອອກຂ່າວ: 2021-04-05 15:27:38

ເນື້ີອໃນຂ່າວ:

ເພື່ອລາຍງານຜົນການຈັດຕັ້ງປະຕິບັດຕາມມະຕິກອງປະຊຸມຄັ້ງທີ III ຂອງປີ 2020 ແລະ ລາຍງານທິດທາງແຜນການຈັດຕັ້ງປະຕິບັດໃນປີ 2021 ຂອງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຕໍ່ຄະນະກຳມະການຄຸ້ມຄອງຫຼັກຊັບເພື່ອຮັບຊາບ ແລະ ພິຈາລະນາຮັບຮອງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ໄດ້ຈັດກອງປະຊຸມຄະນະກຳມະການຄຸ້ມຄອງຫຼັກຊັບຂຶ້ນທີ່ຫ້ອງປະຊຸມຊັ້ນ 5 ອາຄານສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ໃນຕອນເຊົ້າຂອງວັນທີ 15 ກຸມພາ 2021 ໂດຍໃຫ້ກຽດເປັນປະທານໂດຍ ພະນະທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ປະທານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ຮອງປະທານຄະນະກຳມະການຄຸ້ມຄອງຫຼັກຊັບຜູ້ປະຈຳການ ພ້ອມດ້ວຍບັນດາຄະນະກຳມະການ, ຄະນະສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 28 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ກໍ່ແມ່ນປະຕິບັດຕາມລະບອບປະຊຸມຂອງ ຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ລາຍງານຜົນການຈັດຕັ້ງປະຕິບັດຕາມມະຕິກອງປະຊຸມຄັ້ງສຸດທ້າຍຂອງປີຜ່ານມາ ແລະ ລາຍງານທິດທາງແຜນການຂອງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບລາວ ປະຈຳປີ 2021 ພ້ອມທັງແຜນວຽກລະອຽດກ່ຽວກັບການຂ້າມຜ່ານສູ່ມາດຕະຖານສາກົນ ດ້ານການລາຍງານການເງິນ ສຳລັບຂະແໜງການຫຼັກຊັບ ເພື່ອໃຫ້ປະທານກອງປະຊຸມໄດ້ຮັບຊາບ ແລະ ພິຈາລະນາຮັບຮອງ.

ໃນຕອນທ້າຍກອງປະຊຸມ ທ່ານປະທານ ຍັງໄດ້ຕີລາຄາສູງກ່ຽວກັບຜົນງານທີ່ຍາດມາໄດ້ຂອງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຍັງໄດ້ມອບໃຫ້ທ່ານຜູ້ວ່າການ, ຮອງປະທານ ຄຄຊ ຜູ້ປະຈຳການ ແລະ ສຄຄຊ ຊຶ່ງເປັນກົງຈັກຊ່ວຍວຽກຂອງ ຄຄຊ ໃນການພັດທະນາຕະຫຼາດທຶນ ຈົ່ງຮີບຮ້ອນປະສານສົມທົບກັບຂະແໜງການກ່ຽວຂ້ອງຕ່າງໆ ເພື່ອຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ເປັນໜ້າວຽກລະອຽດ ແລະ ຈັດຕັ້ງເຊື່ອມຊຶມໃຫ້ເປັນເອກະພາບກັນ. ພ້ອມທັງ, ຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈທີ່ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາໃຫ້ເປັນຮູບປະທໍາ, ດ້ວຍຄວາມເປັນເຈົ້າການ ແລະ ດ້ວຍຄວາມຮັບຜິດຊອບສູງ. ໃນການຈັດຕັ້ງປະຕິບັດ ກໍ່ໃຫ້ມີການຕິດຕາມກວດກາ ແລະ ສະຫຼຸບຖອດຖອນບົດຮຽນແຕ່ລະໄລຍະຢ່າງເໝາະສົມ ເພື່ອໃຫ້ການຈັດຕັ້ງປະຕິບັດມີປະສິດທິຜົນສູງ. ຈາກນັ້ນ ໃຫ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດດັ່ງກ່າວ ເພື່ອລາຍງານຕໍ່ຄະນະ ຄຄຊ ຫຼື ລາຍງານໃນກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບຄັ້ງຕໍ່ໄປ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.