Thursday, 18 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມ ຄົບຄະນະຂອງ ຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຄັ້ງທີ I ປະຈໍາປີ 2022
ວັນທີອອກຂ່າວ: 2022-04-04 15:13:14

ເນື້ີອໃນຂ່າວ:

ເພື່ອລາຍງານຜົນການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະຂອງ ຄຄຊ ຄັ້ງທີ III ປີ 2021 ແລະ ລາຍງານທິດທາງແຜນການຈັດຕັ້ງປະຕິບັດໃນປີ 2022 ຂອງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ຕໍ່ຄະນະກຳມະການຄຸ້ມຄອງຫຼັກຊັບເພື່ອຮັບຊາບ ແລະ ພິຈາລະນາຮັບຮອງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ໄດ້ຈັດກອງປະຊຸມຄົບຄະນະຂອງ ຄະນະກຳມະການຄຸ້ມຄອງຫຼັກຊັບ ຄັ້ງທີ I ປະຈໍາປີ 2022 ຂຶ້ນທີ່ຫ້ອງປະຊຸມຊັ້ນ 5 ອາຄານສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ໃນຕອນເຊົ້າຂອງວັນທີ 30 ມີນາ 2022 ເຊິ່ງໃຫ້ກຽດເປັນປະທານໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານ ຄຄຊ ແລະ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສິດພະໄຊ, ຜູ້ວ່າການ ທຫລ, ຮອງປະທານ ຄຄຊ ຜູ້ທີ່ 1 ທັງເປັນຜູ້ປະຈຳການ ພ້ອມດ້ວຍບັນດາຄະນະກຳມະການ, ຄະນະສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 20 ກວ່າທ່ານ ທັງແບບເຊິ່ງຫນ້າ ແລະ ແບບຜ່ານຊອງທາງອອນລາຍ.

ກອງປະຊຸມດັ່ງກ່າວ ໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ມີເນື້ອໃນອັນຄົບຖ້ວນ ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ໄດ້ສຸມທຸກສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄວ້າ, ປະກອບຄໍາເຫັນຕໍ່ແຕ່ລະເນື້ອໃນຢ່າງລະອຽດ, ຢ່າງກົງໄປກົງມາ ແລະ ແທດເໝາະກັບສະພາບຄວາມເປັນຈິງ ເພື່ອໃຫ້ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງແທດເໝາະ ແລະ ມີປະສິດທິພາບສູງ ບົນພື້ນຖານເພື່ອຜົນປະໂຫຍດລວມຂອງຊາດ ໃນຕອນທ້າຍກອງປະຊຸມ ທ່ານປະທານ ຍັງໄດ້ຕີລາຄາສູງກ່ຽວກັບຜົນງານທີ່ຍາດມາໄດ້ຂອງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຍັງໄດ້ມອບໃຫ້ທ່ານຜູ້ວ່າການ, ຮອງປະທານ ຄຄຊ ຜູ້ປະຈຳການ ແລະ ສຄຄຊ ຊຶ່ງເປັນກົງຈັກຊ່ວຍວຽກຂອງ ຄຄຊ ໃນການພັດທະນາຕະຫຼາດທຶນ ຈົ່ງຮີບຮ້ອນປະສານສົມທົບກັບຂະແໜງການກ່ຽວຂ້ອງຕ່າງໆ ເພື່ອຜັນຂະຫຍາຍເນື້ອໃນຈິດໃຈກອງປະຊຸມຄັ້ງນີ້ ເປັນໜ້າວຽກລະອຽດ ແລະ ຈັດຕັ້ງເຊື່ອມຊຶມໃຫ້ເປັນເອກະພາບກັນ. ພ້ອມທັງ, ຈັດຕັ້ງປະຕິບັດຕາມເນື້ອໃນຈິດໃຈທີ່ກອງປະຊຸມຄັ້ງນີ້ ທີ່ໄດ້ຮັບຮອງເອົາໃຫ້ເປັນຮູບປະທໍາ, ດ້ວຍຄວາມເປັນເຈົ້າການ ແລະ ດ້ວຍຄວາມຮັບຜິດຊອບສູງ. ໃນການຈັດຕັ້ງປະຕິບັດ ກໍ່ໃຫ້ມີການຕິດຕາມກວດກາ ແລະ ສະຫຼຸບຖອດຖອນບົດຮຽນແຕ່ລະໄລຍະຢ່າງເໝາະສົມ ເພື່ອໃຫ້ການຈັດຕັ້ງປະຕິບັດມີປະສິດທິຜົນສູງ. ຈາກນັ້ນ ໃຫ້ສະຫຼຸບຕີລາຄາການຈັດຕັ້ງປະຕິບັດດັ່ງກ່າວ ເພື່ອລາຍງານຕໍ່ຄະນະ ຄຄຊ ຫຼື ລາຍງານໃນກອງປະຊຸມຄະນະກໍາມະການຄຸ້ມຄອງຫຼັກຊັບຄັ້ງຕໍ່ໄປ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.