Wednesday, 24 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມປະຈຳປີ 2022 ຂອງໂຄງການ Lao/032
ວັນທີອອກຂ່າວ: 2022-05-06 15:19:29

ເນື້ີອໃນຂ່າວ:

ເພື່ອເປັນການປະເມີນຜົນການເຄື່ອນໄຫວຂອງວຽກງານພາຍໃຕ້ ໂຄງການສະໜັບສະໜູນການຮ່ວມມືສາມຝ່າຍ ໃນຂະເເໜງການເງິນ ລະຫວ່າງ ສປປ ລາວ, ສສ ຫວຽດນາມ ແລະ ລຸກຊຳບວກ (ໂຄງການ Lao/032) ປະຈຳປີ 2021 ແລະ ຜ່ານແຜນການເຄື່ອນໄຫວວຽກງານພາຍໃຕ້ໂຄງການໃນປີ 2022 ໃຫ້ສຳເລັດໜ້າວຽກຕາມຈຸດປະສົງເປົ້າໝາຍຂອງໂຄງການໄດ້ຄາດຫວັງໄວ້ນັ້ນ, ໃນຕອນບ່າຍຂອງວັນທີ 06 ພຶດສະພາ 2022 ທີ່ຫ້ອງປະຊຸມ ສຄຄຊ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຮ່ວມກັບ ຫ້ອງການຮ່ວມມືລາວ-ລຸກຊຳບວກ ປະຈຳ ສປປ ລາວ (LUXDEV) ໄດ້ຈັດຕັ້ງກອງປະຊຸມປະຈຳປີ 2022 ຂອງໂຄງການ Lao/032 ຂຶ້ນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ຟອງຈິນດາ ແສງສຸລິວົງ ຫົວໜ້າ ສຄຄຊ ແລະ ທ່ານ Sam Schreiner ເອກອັກຄະລັດຖະທູດລຸກຊຳບວກ ປະຈຳ ສປປ ລາວ (ເຂົ້າຮ່ວມໃນຮູບແບບອອນລາຍ) ພ້ອມນີ້ ກໍ່ມີຕາງໜ້າຈາກຫ້ອງການຮ່ວມມືລາວ-ລຸກຊຳບວກ ປະຈຳ ສປປ ລາວ (LUXDEV), ຄະນະກົມ, ຄະນະພະແນກ ແລະ ວິຊາການ ພາຍໃນ ສຄຄຊ ແລະ ຈາກກົມຮ່ວມມືສາກົນ ທະນາຄານແຫ່ງ ສປປ ລາວ ເຂົ້າຮ່ວມຢ່າງພ້ອມພຽງຈຳນວນ 30 ທ່ານ.

ຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງການລາຍງານຄວາມຄືບໜ້າຂອງຜົນການເຄື່ອນໄຫວວຽກງານທຸກໜ້າວຽກຂອງໂຄງການໃນປີ 2021 , ລາຍງານໜ້າວຽກ ແລະ ແຜນການເຄື່ອນໄຫວ ພ້ອມທັງແຜນງົບປະມານປະຈຳປີ 2022 ໂດຍທ່ານ ນ. ຫ້ຽນ ບຸຍ ທິ ມາຍ ທີ່ປຶກສາໂຄງການ Lao/032 ເປັນຜູ້ລາຍງານ ແລະ ນໍາສະເໜີ. ພ້ອມນີ້ ໃນກອງປະຊຸມຍັງໄດ້ມີການປຶກສາຫາລື ແລະ ຮັບຮອງແຜນການເຄື່ອນໄຫວ ແລະ ແຜນງົບປະມານປະຈຳປີ 2022 ໂດຍຄະນະກຳມະການຮັບຜິດຊອບໂຄງການ. ໃນຕອນທ້າຍ ກອງປະຊຸມ ທ່ານປະທານຮ່ວມທັງ 2 ທ່ານ ກໍ່ໄດ້ມີມະຕິຕົກລົງເຫັນດີຮັບຮອງເອົາແຜນການເຄື່ອນໄຫວ ແລະ ເເຜນງົບປະມານປະຈຳປີ 2022 ແລະ ກອງປະຊຸມກໍ່ໄດ້ສຳເລັດຢ່າງຈົບງາມຕາມເນື້ອໃນຈິດໃຈຂອງກອງປະຊຸມທີ່ຄາດການໄວ້.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.