Tuesday, 23 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມປຶກສາຫາລືກ່ຽວກັບປັບປຸງເນື້ອໃນຂອງກົດໝາຍ ວ່າດ້ວຍວິສາຫະກິດຕິດພັນກັບໝວດບໍລິສັດມະຫາຊົນ
ວັນທີອອກຂ່າວ: 2022-05-12 08:37:56

ເນື້ີອໃນຂ່າວ:

ເພື່ອສືບຕໍ່ປັບປຸງເນື້ອໃນຂອງກົດໝາຍວ່າດ້ວຍວິສາຫະກິດ ໂດຍສະເພາະແມ່ນປຶກສາຫາລືກ່ຽວກັບການປັບປຸງເນື້ອໃນ ຕິດພັນກັບໝວດບໍລິສັດມະຫາຊົນ ແລະ ເພື່ອສືບຕໍ່ຈັດຕັ້ງປະຕິບັດໃຫ້ສຳເລັດຕາມລະດັບຄາດໝາຍ ສຳນັກງານຄະນະກຳມະການຄ້ອມຄອງຫຼັກຊັບ ຮ່ວມກັບ ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມນີ້ຂຶ້ນ ໃນວັນທີ 10 ພຶດສະພາ 2022 ທີ່ຜ່ານມາ ທີ່ສຳນັກງານ ຄຄຊ ໂດຍການເປັນປະທານຂອງທ່ານ ນ. ຟອງຈິນດາ ແສງສຸລິວົງ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ທ່ານ ອະພິສິດ ແສງສຸລີວົງ ຫົວໜ້າກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຫຼາຍກວ່າ 10 ທ່ານ.

ໃນນັ້ນ, ພະແນກນິຕິກຳ ຂອງ ສຳນັກງານ ຄຄຊ ໄດ້ນຳສະເໜີໃນຫົວຂໍ້: ພາບລວມໂດຍຫຍໍ້ກ່ຽວກັບຕົວຊີ້ວັດທີ 6 ການປົກປ້ອງຜູ້ລົງທຶນລາຍຍ່ອຍ ເຊັ່ນ: ດັດຊະນີເປີດເຜີຍຂໍ້ມູນ, ດັດຊະນີຄວາມຮັບຜິດຊອບຂອງສະພາບໍລິຫານ, ດັດຊະນີຄວາມສະດວກໃນການຮ້ອງຟ້ອງ ຕໍ່ສານຂງຜູ້ຖືຮຸ້ນ, ດັດຊະນີສິດທິຂອງຜູ້ຖືຮຸ້ນ, ດັດຊະນີຄວາມເປັນເຈົ້າຂອງ ແລະ ການລົງທຶນ ແລະ ດັດຊະນີຄວາມໂປ່ງໃສຂອງອົງກອນ ເພື່ອໃຫ້ແຕ່ລະພາກສ່ວນປະກອບຄຳ ແລະ ເຮັດໃຫ້ເນື້ອໃນຂອງການປັບປຸງກົດໝາຍດັ່ງກ່າວມີເນື້ອຫາອັນຄົບຖ້ວນ.

ກອງປະຊຸມດັ່ງກ່າວ ໄດ້ດໍາເນີນເປັນເວລາເຄີ່ງວັນຕາມວາລະ, ເຖິງວ່າເປັນເວລາສັ້ນ ແຕ່ກໍ່ເຕັມໄປດ້ວຍເນື້ອໃນອັນເລິກເຊິ່ງ, ທຸກພາກສ່ວນກ່ຽວຂ້ອງ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ ໃນການແລກປ່ຽນ ຄໍາຄິດຄໍາເຫັນຢ່າງກົງໄປກົງມາ, ຈຶ່ງເຮັດໃຫ້ກອງປະຊຸມດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ໄດ້ກໍານົດໄວ້.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.