Tuesday, 23 April 2024

ຂ່າວສານ


ຫົວຂໍ້ຂ່າວ: ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທາງດ້ານວິຊາການ ລະຫວ່າງ ສະຖາບັນການທະນາຄານ ແລະ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ
ວັນທີອອກຂ່າວ: 2022-09-01 15:41:39

ເນື້ີອໃນຂ່າວ:

ໃນຕອນເຊົ້າຂອງວັນທີ 29 ສິງຫາ 2022 ທີ່ ຫ້ອງປະຊຸມສະຖາບັນການທະນາຄານ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ 2 ຝ່າຍ ລະຫວ່າງ ສະຖາບັນການທະນາຄານ ແລະ ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຂຶ້ນ ໂດຍແມ່ນທ່ານ ປອ ອາຄົມ ປຣະເສີດ ຫົວໜ້າສະຖາບັນການທະນາຄານ ແລະ ທ່ານ ນາງ ຟອງຈິນດາ ແສງສຸລິວົງ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ເປັນຜູ້ຕາງໜ້າລົງນາມໃນບົດບັນທຶກຄວາມເຂົ້າໃຈຂອງທັງສອງພາກສ່ວນໃນຄັ້ງນີ້. ພ້ອມນີ້ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ຜູ້ຕາງໜ້າຈາກ ສະຖາບັນການທະນາຄານ ແລະ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ, ຄະນະອຳນວຍການຈາກ ຕະຫຼາດຫຼັກຊັບລາວ ແລະ ບໍລິສັດຫຼັກຊັບ ພ້ອມດ້ວຍຄະນະຮັບຜິດຊອບຈຳນວນ 30 ທ່ານ ກໍ່ໄດ້ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ.

ຈຸດປະສົງຂອງການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ແມ່ນເພື່ອການຮ່ວມມືທາງດ້ານການພັດທະນາວຽກງານຕະຫຼາດທຶນຂອງ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ສະຖາບັນການທະນາຄານ ໂດຍສະເພາະການສ້າງຫຼັກສູດຝຶກອົບຮົມວຽກງານຫຼັກຊັບ ເພື່ອສາມາດນຳມາຈັດຝຶກອົບຮົມ ຫຼື ເຜີຍແຜ່ຄວາມຮູ້ໃຫ້ແກ່ເປົ້າໝາຍສະເພາະ ຫຼື ໃຫ້ມວນຊົນທົ່ວໄປໄດ້ຮັບຮູ້.

ພ້ອມນີ້ ທ່ານສາມາດຕິດຕາມຜົນງານການເຄື່ອນໄຫວຂອງທັງ 2 ພາກສ່ວນວ່າຈະຮ່ວມກັນຄົ້ນ ຄ້ວາສ້າງການຝຶກອົບຮົມ ແລະ ໃຫ້ຄວາມຮູ້ໃນຂົງເຂດວຽກງານຫຼັກຊັບໃນຮູບແບບໃດ ຜ່ານເພສເຟສບຸກ ຂອງສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.