Wednesday, 24 April 2024

ຂ່າວສານ


ຫົວຂໍ້ຂ່າວ: ໂຄງການຝຶກອົບຮົມສຳລັບຜູ້ບໍລິຫານທີ່ມີຄຸນນະພາບຄັ້ງທີ 1 (Board Leadership Program)
ວັນທີອອກຂ່າວ: 2022-09-09 14:06:07

ເນື້ີອໃນຂ່າວ:

ເພື່ອເປັນການເພີ່ມປະສິດທິພາບ ແລະ ຄວາມສາມາດໃຫ້ແກ່ບັນດາຜູ້ບໍລິຫານຂອງວິສາຫະກິດ ເນື່ອງຈາກ ທຸກວຽກງານ ຫຼື ທຸກໆທຸລະກິດທີ່ຈະດຳເນີນໄປດ້ວຍດີ ບໍ່ວ່າຈະເປັນທຸລະກິດຂະໜາດນ້ອຍ, ກາງ ຫຼື ຂະໜາດໃຫຍ່ກໍ່ລ້ວນແລ້ວແຕ່ຕ້ອງການການຄຸ້ມຄອງບໍລິຫານ, ການຊີ້ນຳ-ນຳພາທີ່ດີ ທີ່ມີກົນໄກ ແລະ ລະບົບແບບແຜນ ເພື່ອເຮັດໃຫ້ທຸລະກິດດຳເນີນໄປຢ່າງມີປະສິດທິພາບ ແລະ ເຕີບໃຫຍ່ຂະຫຍາຍຕົວ.

ດັ່ງນັ້ນ, ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ຈຶ່ງໄດ້ຮ່ວມກັບ ສະຖາບັນການທະນາຄານ ຄົ້ນຄ້ວາ ແລະ ກະກຽມຄວາມພ້ອມຮອບດ້ານຈົນສາມາດຈັດຕັ້ງໂຄງການຝຶກອົບຮົມສຳລັບຜູ້ບໍລິຫານທີ່ມີຄຸນະພາບ (Board Leadership Program) ຂຶ້ນໃນຄັ້ງນີ້ ຊຶ່ງເປັນຄັ້ງທໍາອິດ ທີ່ ສປປ ລາວ ເປັນເຈົ້າການໃນການຈັດຕັ້ງປະຕິບັດທັງໝົດພາຍໃຕ້ການສະໜັບສະໜູນໂດຍໂຄງການຊ່ວຍເຫຼືອຂອງລັດຖະບານລຸກຊຳບວກ (Lao/032) ແລະ ສອນໂດຍຄູຝຶກຜູ້ຊົງຄຸນນະວຸດພາຍໃນປະເທດທັງໝົດອີກດ້ວຍ.

ສະນັ້ນ ໃນຕອນເຊົ້າຂອງວັນທີ 7 ກັນຍາ 2022 ທີ່ ຫ້ອງປະຊຸມໃຫຍ່ ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ກໍ່ໄດ້ຈັດພິທີເປີດຫຼັກສູດຝຶກອົບຮົມສຳລັບຜູ້ບໍລິຫານທີ່ມີຄຸນນະພາບຄັ້ງທີ 1 ຂຶ້ນ, ໂດຍການເປັນປະທານຮ່ວມຂອງ ທ່ານ ນ. ຟອງຈິນດາ ແສງສຸລິວົງ ຫົວໜ້າສໍານັກງານ ຄະນະກໍາມະການຄຸ້ມຄອງຫຼັກຊັບ ແລະ ທ່ານ ປອ ອາຄົມ ປຣະເສີດ ຫົວໜ້າ ສະຖາບັນການທະນາຄານ ພ້ອມນີ້ ຍັງມີຄູຝຶກ ແລະ ແຂກເຂົ້າຮ່ວມຈຳນວນ 43 ທ່ານ.

ໃນການກ່າວເປີດພິທີເປີດຫຼັກສູດຝຶກອົບຮົມ ທ່ານ ນ. ຟອງຈິນດາ ແສງສຸລິວົງ ຫົວໜ້າ ສຄຄຊ, ປະທານຮ່ວມກອງປະຊຸມຍັງໄດ້ເນັ້ນໜັກຕໍ່ຜູ້ເຂົ້າຮ່ວມວ່າ: “ການຝຶກອົບຮົມໄລຍະສັ້ນ ແຕ່ກໍເຕັມໄປດ້ວຍເນື້ອໃນທີ່ສໍາຄັນຫຼາຍຕໍ່ພວກເຮົາ ໂດຍສະເພາະບັນດາທ່ານຜູ້ບໍລິຫານທີ່ມາຈາກຂະແໜງການຫຼັກຊັບ, ຂະແໜງການທະນາຄານ ແລະ ຫົວໜ່ວຍທຸລະກິດ. ດັ່ງນັ້ນ, ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງບັນດາທ່ານ ຈົ່ງເອົາໃຈໃສ່ຮັບຟັງ, ປະກອບສ່ວນແລກປ່ຽນຄວາມເຫັນທີ່ກ່ຽວຂ້ອງດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດແນວໃດໃຫ້ພວກເຮົາສາມາດນຳເອົາບົດຮຽນໃນຄັ້ງນີ້ ແລະ ປະສົບການຕົວຈິງຂອງຄູຝຶກ ເພື່ອນຳໄປໜູນໃຊ້ເຂົ້າໃນວຽກງານທີ່ກ່ຽວຂ້ອງຂອງທ່ານ ໃນການພັດທະນາອົງກອນຂອງທ່ານ ໃຫ້ເປັນຮູບປະທຳ ແລະ ຍືນຍົງຕໍ່ໄປ”.

ຈຸດປະສົງຂອງຫຼັກສູດຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອເປີດໂຄງການຝຶກອົບຮົມຫຼັກສູດສຳລັບຜູ້ບໍລິຫານທີ່ມີຄຸນນະພາບຄັ້ງທີ 1 ທີ່ຈະເປັນເວທີຖ່າຍທອດຂໍ້ມູນ, ບົດຮຽນ ແລະ ແລກປ່ຽນຄວາມຮູ້ປະສົບການທີ່ຕິດພັນກັບ ຫຼັກການ ແລະ ແນວທາງທີ່ຈຳເປັນສຳລັບຜູ້ບໍລິຫານ ຫຼື ສະພາບໍລິຫານ ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດນຳໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານການຄຸ້ມຄອງບໍລິຫານອົງກອນໃຫ້ມີປະສິດທິພາບ ແລະ ສ້າງຄວາມເຊື່ອໝັ້ນ ພ້ອມທັງ ເປັນການເພີ່ມພາບລັກໃຫ້ແກ່ອົງກອນອີກດ້ວຍ.

ຫຼັກສູດຝຶກອົບຮົມຈະດຳເນີນໄປເປັນເວລາ 2 ວັນ ໂດຍເລີ່ມຕັ້ງແຕ່ວັນທີ 07 ກັນຍາ ໄປຈົນເຖິງວັນທີ 8 ກັນຍາ 2022 ຊຶ່ງທັງ 2 ວັນ ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການບັນຍາຍ 4 ພາກປະກອບມີ: ພາກທີ 1: ການດໍາເນີນທຸລະກິດຢ່າງມືອາຊີບ-ຄວາມສໍາຄັນຂອງການຄຸ້ມຄອງບໍລິຫານທີ່ດີ(Towards a Professionally Run Company-Importance of Corporate Governance) ຊຶ່ງນໍາສະເໜີໂດຍ ປອ ອາຄົມ ປຣະເສີດ ຫົວໜ້າ ສະຖາບັນການທະນາຄານ; ພາກທີ 2: ສະພາບໍລິຫານທີ່ມີປະສິດທິພາບ (Board Effectiveness) ຊຶ່ງນໍາສະເໜີໂດຍ ທ່ານແກ້ວວິສຸກ ດາລາສານ ຜູ້ອຳນວຍການ ບໍລິສັດ ວາຍສ ຈຳກັດຜູ້ດຽວ; ພາກທີ 3: ຍຸດທະສາດ ແລະ ການບໍລິຫານຄວາມສ່ຽງ ຂອງບໍລິສັດ ສໍາລັບສະມາຊິກສະພາບໍລິຫານ (Corporate Strategy and Risk Management From Director perspective) ຊຶ່ງນໍາສະເໜີໂດຍທ່ານ ສຈ ພູເພັດ ກ້ຽວພິລາວົງ ຄະນະບໍດີ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ; ແລະ ພາກທີ 4: ການລາຍງານ ແລະ ເປີດເຜີຍຂໍ້ມູນ (Inroads into Stakeholders Engagement In Company’ Integrity Reporting and Disclosures) ຊຶ່ງນໍາສະ ເໜີໂດຍ ທ່ານ ນາງ ຟອງຈິນດາ ແສງສຸລິວົງ ຫົວໜ້າສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ;

ພ້ອມດຽວກັນນີ້, ພາຍຫລັງສຳເລັດການຝຶກອົບຮົມທັງ 2 ວັນ ຜູ້ເຂົ້າຮ່ວມກໍ່ໄດ້ຮັບໃບຢັ້ງຢືນການເຂົ້າຮ່ວມຝຶກອົບຮົມຫຼັກສູດດັ່ງກ່າວອີກດ້ວຍຊຶ່ງໃຫ້ກຽດມອບໃບຢັ້ງຢືນໃນຄັ້ງນີ້ ໂດຍຜູ້ຕາງໜ້າຈາກຫ້ອງການຮ່ວມມືລາວ-ລຸກຊໍາບວກ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.