Tuesday, 23 April 2024

ຂ່າວສານ


ຫົວຂໍ້ຂ່າວ: ກອງປະຊຸມ ການພັດທະນາຕະຫຼາດທຶນອາຊຽນ (ASEAN Capital Markets Forum: ACMF Chairs meeting) ຄັ້ງທີ 38 ຢູ່ທີ່ ຢອກຈາກາຕ່າ, ປະເທດ ອິນໂດເນເຊຍ
ວັນທີອອກຂ່າວ: 2023-03-22 08:34:21

ເນື້ີອໃນຂ່າວ:

ໃນວັນທີ 20 ມີນາ 2023 ສໍານັກງານຄະນະກໍາມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ເຂົ້າຮ່ວມ ກອງປະຊຸມການພັດທະນາຕະຫຼາດທຶນອາຊຽນ (ASEAN Capital Markets Forum: ACMF Chairs meeting) ຄັ້ງທີ 38 ຢູ່ທີ່ ຢອກຈາກາຕ່າ, ປະເທດ ອິນໂດເນເຊຍ ໂດຍການເປັນປະທານຂອງ ຄະນະກໍາມະການຄຸ້ມຄອງຫຼັກຊັບ ອິນໂດເນເຊຍ ແລະ ມີຜູ້ຕາງໜ້າຈາກ 09 ປະເທດອາຊຽນ, ທະນາຄານພັດທະນາອາຊີ (Asian Development Bank) ແລະ ສະຖາບັນການເງິນຍືນຍົງອາຊີ (Sustainable Finance Institute Asia) ຊື່ງການເຂົ້າຮ່ວມ ແລະ ເປັນຮອງປະທານກອງປະຊຸມ ຈາກຜູ້ຕາງຈາກ ສປປ ລາວ ໂດຍ ທ່ານ ນ. ຟອງຈິນດາ ແສງສຸລິວົງ, ຫົວໜ້າ ສຄຄຊ.

ກອງປະຊຸມ ໄດ້ມີມະຕິຕົກລົງເປັນເອກະພາບຕໍ່ກັບບາງບັນຫາ ເປັນຕົ້ນ: ຮັບຟັງການລາຍງານກ່ຽວກັບຜົນຂອງກອງປະຊຸມປະຊາຄົມອາຊຽນໃນປີຜ່ານມາ (AEC) ແລະ ແຜນໃນການຈັດຕັ້ງປະຕິບັດແຜນການຮ່ວມພັດທະນາເສດຖະກິດຂອງອາຊຽນ; ຮັບຮອງແຜນການຈັດຕັ້ງປະຕິບັດຂອງໂຄງການພັດທະນາຕະຫຼາດ (ACMF Market Development Programme ຫຼື A-MDP) ປະຈໍາປີ 2023 ໃນນັ້ນມີ 3 ໜ້າວຽກຄື: (1) ໂຄງການພັດທະນາຜູ້ຄຸ້ມຄອງຂອງອາຊຽນ (ASEAN Young Regulators Programme) (2) ໂຄງການຝຶກອົບຮົມຮ່ວມກັບບັນດາພາກສ່ວນທີ່ມີສາຍພົວພັນກັບ ACMF (3) ການພັດທະນາຂີດຄວາມສາມາດຕິດພັນກັບ Taxonomy ແລະ ຊັບສິນປະເພດຄຣິບໂຕ. ພ້ອມທັງ, ມີມະຕິຕົກລົງຕິດພັນກັບວຽກງານການເງິນຍືນຍົງ ຄື: (1) ເຫັນດີໃຫ້ດໍາເນີນການກ່ຽວກັບແຫຼ່ງສູນລວມຄວາມຮູ້ທາງການເງິນແບບຍືນຍົງ (Sustainable Finance Knowledge Hub), (2) ຮັບຊາບການກະກຽມປະກາດໃຊ້ ASEAN Taxonomy Version 2 ໃນທ້າຍເດືອນ ມີນາ 2023, (3) ແຕ່ງຕັ້ງ BDCB ແລະ ຄຄຊ ປະເທດ ມາເລເຊຍ ເປັນຜູ້ຕ່າງໜ້າໃຫ້ ACMF ປະກອບເຂົ້າໃນ ASEAN Taxonomy Board (ATB) ແລະ ເຫັນດີຕໍ່ການສະເໜີຍຸບເລີກຄະນະຄົ້ນຄວ້ານັກວິຊາຊີບຂ້າມແດນ (Professional Mobility Working Group). ນອກນັ້ນ, ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈຫຼາຍຝ່າຍ ກ່ຽວກັບການຄຸ້ມຄອງເວັບໄຊຂອງ ACMF ປະເທດ ໄທ ແລະ ປະເທດ ມຽນມາ; ເຫັນດີໃຫ້ເຜີຍແຜ່ລາຍຊື່ຜູ້ໄດ້ຮັບລາງວັນໃນການຈັດຕັ້ງປະຕິບັດ ASEAN Corporate Scorecard (ACGS) ປະຈໍາປີ 2021 ລົງໃນເວັບໄຊຂອງ ACMF ແລະ ຮັບຮອງແຜນການທົບທວນ ACGS ໃນປີ 2023 ແລະ ເຫັນດີຕໍ່ແຜນການຄົ້ນຄວ້າ ແລະ ກອບເວລາໃນການພັດທະນາ ASEAN Green Lane ແລະ ໃຫ້ສໍາເລັດການລົງນາມຮັບຮອງໃນເດືອນ ກັນຍາ 2023.

ຄຽງຄູ່ກັນນີ້, ກອງປະຊຸມ ໄດ້ສະແດງຄວາມຂອບໃຈຢ່າງສູງ ມາຍັງ ADB ທີ່ໄດ້ສືບຕໍ່ໃຫ້ຄໍາແນະນໍາ ແລະ ການຊ່ວຍເຫຼືອທາງດ້ານວິຊາການ ດ້ວຍດີຕະຫຼອດມາ, ພ້ອມທັງການຊ່ວຍເຫຼືອທາງດ້ານທຶນຮອນເຂົ້າໃນການພັດທະນາວຽກງານສໍາຄັນຕ່າງໆຂອງ ACMF.

ກອງປະຊຸມ ACMF Chairs Meeting ເປັນກອງປະຊຸມຕໍ່ເນື່ອງ ແລະ ຕິດພັນໂດຍກົງກັບວຽກງານການພັດທະນາຕະຫຼາດທຶນຂອງ ສຄຄຊ ໄລຍະຜ່ານມາ ສຄຄຊ ກໍ່ໄດ້ນໍາເອົາບົດຮຽນຂອງບັນດາປະເທດອາຊຽນ ເພື່ອມາສຶກສາຄົ້ນຄ້ວາ ແລະ ກະກຽມວຽກງານຫຼັກຊັບຂອງ ສປປ ລາວ ເພື່ອໃຫ້ສອດຄ່ອງກັບມາດຖານຕ່າງໆຂອງອາຊຽນເທື່ອລະກ້າວ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຈັດຕັ້ງ ແລະ ບໍລິຫານ.