ລາຍລະອຽດແຈ້ງການ
 
  ແຈ້ງການເລກທີ:  
  ແຈ້ງການເລື່ອງ:  ຜົນການເຕະບານມິດຕະພາບພາຍໃນສໍານັກງານ ຄຄຊ
  ແຕ່ວັນທີ:  2014-08-13                       ເຖິງ:     0000-00-00
  ວັນທີແຈ້ງ:  2014-08-13
  ພາກສ່ວນ:  ພະແນກຈັດຕັ້ງ ແລະ ບໍລິຫານ
  ຜູ້ແຈ້ງ:  ວິລະວົງ ວົງມະຈັນ
  ເນື້ອໃນ:  ການເຕະບານມິດຕະພາບ (ທີມຊາຍ) ພາຍໃນສໍານັກງານ ຄຄຊ ໃນມື້ວານນີ້ 12 ສິງຫາ 2014 ທີ່ເດີ່ນເຕະບານ ໜອງຈັນ Family ລະຫວ່າງທີມສີຂາວ ເຊິ່ງປະກອບດ້ວຍນັກກິລາຈາກ ພະແນກ PA, PO ແລະ SI ພົບກັບ ທີມສີເຫຼືອງ ທີ່ປະກອບດ້ວຍນັກກິລາຈາກພະແນກ TE, LD ແລະ MS. ຜົນການແຂ່ງຂັນປະກົດວ່າ ບໍ່ເປັນໄປຕາມຄາດ ໂດຍທີ່ທີມສີຂາວສາມາດເອົາຊະນະ ທີມສີເຫຼືອງໄປໄດ້ແບບທະຫຼົ່ມທະລາຍ ດ້ວຍຄະແນນ 11 - 06 ປະຕູ ໂດຍທີ່ກ່ອນໜ້າການແຂ່ງຂັນຈະເລີ່ມຂຶ້ນ ນັກກິລາຫຼາຍໆທ່ານຄາດການໄວ້ວ່າ ທີມສີເຫຼືອງຈະສາມາດເອົາຊະນະທີມສີຂາວໄດ້ຢ່າງແນ່ນອນ.
ໝາຍເຫດ:  

ເອກະສານທີ່ກ່ຽວຂ້ອງ: