| |
ເນື້ອໃນ: |
ການເພີ່ມຂໍ້ມູນຊີວະປະຫວັດຫຍໍ້ຂອງພະນັກງານ ສຄຄຊ ເຂົ້າໃນຕາງຕະລາງ Excel ເພື່ອເກັບຈະເກັບກຳສະຖິຕິຕ່າງໆເຊັ່ນ: ຊື່ ແລະ ນາມສະກຸນ, ວັນ ເດືອນ ປີເກີດ, ວັນເດືອນປີເຂົ້າຊາວໜຸ່ມ, ກຳມະບານ ແລະ ແມ່ຍິງ, ພັກສຳຮອງ ແລະ ພັກສົມບູນ,ຊົນຊາດ, ຊົນເຜົ່າ, ລະດັບການສຶກສາ: ຕີ ໂທ ເອກ, ວິຊາສະເພາະ, ວັນ ເດືອນ ປີ ເຂົ້າການ: ເປັນສັນຍາຈ້າງ, ພະນັກງານ 95% ແລະ ສົມບູນ, ທີ່ຢູ່ປະຈຸບັນ, ບ້ານ, ເມືອງ, ແຂວງ, ເບີໂທລະສັບ: ບ້ານ, ມືຖື, ເລກທະບຽນ: ລົດຈັກ, ລົດໃຫຍ່ ແລະ ເລກບັດພະນັກງານ ເຂົ້າໃນຖານຂໍ້ມູນພະນັກງານ ຂອງສໍານັກງານ. ລາຍລະອຽດແມ່ນມີຢູ່ໃນຕາງຕະລາງ Excel ທີ່ຂັດຕິດມາກັບແຈ້ງການສະບັບນີ້ ແລະ ໃຫ້ທຸກຄົນດາວໂຫຼດເອົາເອກະສານ ເພື່ອເພີ່ມຂໍ້ມູນຂອງຕົນເອງໃຫ້ຄົບຖ້ວນ ຈາກນັ້ນໃຫ້ ສົ່ງເອກະສານທີ່ຕົນເອງໄດ້ຕື່ມຂໍ້ມູນແລ້ວນັ້ນ ກັບຄືນໃຫ້ຜູ້ສັງລວມ ເຊິ່ງຈະມີ icon CV ຢູ່ໜ້າກະດານຂ່າວອອນລາຍ(ດ້ານລຸ່ມ) ເພື່ອໃຫ້ທ່ານສົ່ງເອກະສານໃຫ້ຜູ້ສັງລວມໄດ້. ກໍານົດສົ່ງບໍ່ໃຫ້ກາຍວັນທີ 16 ມັງກອນ 2015. |