ລາຍລະອຽດແຈ້ງການ
 
  ແຈ້ງການເລກທີ:  
  ແຈ້ງການເລື່ອງ:  ການແຂ່ງຂັນກິລາບານເຕະມິດຕະພາບ 4 ກົມ (ຍິງ-ຊາຍ) ພາຍໃນ ທຫລ
  ແຕ່ວັນທີ:  2015-07-24                       ເຖິງ:     0000-00-00
  ວັນທີແຈ້ງ:  2015-07-23
  ພາກສ່ວນ:  ພະແນກຝຶກອົບຮົມ-ໂຄສະນາເຜີຍແຜ່
  ຜູ້ແຈ້ງ:  ສອນສະຫວາດ ຫຼາ້ມະນີເງົາ
  ເນື້ອໃນ:  ການແຂ່ງຂັນກິລາບານເຕະມິດຕະພາບ 4 ກົມ (ຍິງ-ຊາຍ) ພາຍໃນ ທຫລ. ກົມຈັດຕັ້ງ ແລະ ພະນັກງານ, ສຳນັກງານ ຄຄຊ, ກົມຄຸ້ມຄອງສະຖາບັນການເງິນ, ກົມນະໂຍບາຍເງິນຕາ. ສຳລັບບານເຕະ (ຊາຍ) ຄູ່ທີ 1 ສຳນັກງານ ຄຄຊ ພົບກັບ ກົມຄຸ້ມຄອງສະຖາບັນການເງິນ ເລີ່ມເວລາ 16:30 ສຳລັບານເຕະ (ຊາຍ) ຄູ່ທີ່ 2 ກົມຈັດຕັ້ງ ແລະ ພະນັກງານ ພົບກັບ ກົມນະໂຍບາຍເງິນຕາ ເລີ່ມເວລາ 17:30 ສຳລັບບານເຕະ (ຍິງ) ສຳນັກງານ ຄຄຊ + ກົມຄຸ້ມຄອງສະຖາບັນການເງິນ ພົບກັບ ກົົມຈັດຕັ້ງ ແລະ ພະນັກງານ + ກົມນະໂຍບາຍເງິນຕາ ເລີ່ມ 18:20 ສຳລັບ ຄູ່ຊິງຊະນະເລີດບານເຕະ ເລີ່ມເວລາ 18:30 ຈຸດປະສົງຂອງການແຂ່ງຂັນຄັ້ງນີ້ ເພື່ອໃຫ້ມີຂະບວນການຟົດຟື້ນ ແລະ ທັງເປັນການສ້າງຄວາມສາມັກຄີຮັກແພງ ໃຫ້ແໜ້ນແຟ້ນຫຼາຍຂຶ້ນກວ່າເກົ່າ. ການແຂ່ງຂັນແມ່ນ ວັນທີ 24 ກໍລະກົດ 2015 ທີ່ ເດີ່ນບານເທປັນຍາ ຕໍ່ໜ້າໂຮງຮຽນມັດທະຍົມ ລາວ-ຫວຽດ ( ຫລັກ 5) ສຳລັບເສື້ອແມ່ນ ສີຟ້າ ຂອງສຳນັກງານ ຄຄຊ.
ໝາຍເຫດ:  ສະເໜີໃຫ້ສະມາຊິກທຸກສະຫາຍເຂົ້າຮ່ວມ ເພື່ອສ້າງຄວາມສາມັກຄີພາຍໃນຮ່ວມກັນ

ເອກະສານທີ່ກ່ຽວຂ້ອງ: