ການຮ່ວມມືພາກພື້ນ ແລະ ຫຼາຍຝ່າຍ (Multilateral and Regional Cooperation).  
         
        
          
                
      	- 
        	
         
         
    				
            ກອງປະຊຸມ ການພັດທະນາຕະຫຼາດທຶນ ອາຊຽນ (ACMF) ຖືກສ້າງຕັ້ງຂຶ້ນໃນປີ 2004 ພາຍໃຕ້ການຮັບຮອງຂອງ ກອງປະຊຸມລັດຖະມົນຕີການເງິນອາຊຽນ, ປະກອບມີຜູ້ຄຸ້ມຄອງວຽກງານຕະຫຼາດທຶນ ຂອງບັນດາປະເທດສະມາຊິກອາຊຽນເຂົ້າຮ່ວມ. ACMF ມີການຈັດກອງປະຊຸມຂຶ້ນ 2 ຄັ້ງຕໍ່ປີ ໂດຍມີການປ່ຽນຜຽນກັນເປັນປະທານ ລະຫວ່າງ ຄຄຊ ຂອງປະເທດ ໄທ, ສິງກະໂປ ແລະ ມາເລເຊຍ, ຊຶ່ງປັດຈຸບັນປະທານຂອງ ACMF ແມ່ນ ຄຄຊ ມາເລເຊຍ.  ຈຸດປະສົງຂອງ ACMF ແມ່ນຖືກສ້າງຂຶ້ນເພື່ອເປັນເວທີໃນການປຶກສາຫາລືລະຫວ່າງຜູ້ຄຸ້ມຄອງວຽກງານຕະຫຼາດທຶນຂອງອາຊຽນ ກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ການພັດທະນາ ແລະ ເຊື່ອມໂຍງຕະຫຼາດທຶນໃນພາກພື້ນ ແນໃສ່ບັນລຸເປົ້າໝາຍຂອງ AEC Blueprint 2015 (ທີ່ໄດ້ຖືກຮັບຮອງໂດຍກອງປະຊຸມລັດຖະມົນຕີການເງິນອາຊຽນ ຄັ້ງທີ 13) ດ້ວຍການສ້າງນິຕິກໍາທີ່ກົມກຽວ ແລະ ວາງຍຸດທະສາດໃນການເຊື່ອມໂຍງຕະຫຼາດທຶນອາຊຽນຮ່ວມກັນ ບົນພື້ນຖານຄວາມເປັນເອກະພາບໃນປະເທດສະມາຊິກອາຊຽນ. ສໍາລັບໜ້າວຽກຕົ້ນຕໍຂອງ ACMF ປະກອບມີ:  
            -      1)	ສ້າງມາດຕະຖານການເປີດເຜີຍຂໍ້ມູນສໍາລັບການອອກຈໍາໜ່າຍຫຼັກຊັບ ປະເພດທຶນ ແລະ ໜີ້ ຂ້າມແດນ; 
-      2)	ສ້າງຂອບຮັບຮູ້ຮ່ວມກັນໃນການອະນຸຍາດສໍາລັບການຈົດທະບຽນໃນຕະຫຼາດຮອງ; 
-      3)	ສ້າງຂອບຮັບຮູ້ຮ່ວມກັນສໍາລັບການພິຈາລະນາການອອກຈໍາໜ່າຍໜ່ວຍລົງທຶນຂ້າມແດນ; 
-      4)	ສ້າງຂອບຮັບຮູ້ຮ່ວມກັນໃນການທົບທວນໜັງສືຊວນຊື້ລວມ ຂອງ ອາຊຽນ; 
-      5)	ການເຊື່ອມໂຍງລະບົບການຊື້-ຂາຍຂອງ ອາຊຽນ; 
-      6)	ການຈັດລໍາດັບ ການຄຸ້ມຄອງບໍລິຫານ ສໍາລັບ ບໍລິສັດຈົດທະບຽນຂອງ ອາຊຽນ; 
-      7)	ການຮັບຮູ້ຂ້າມແດນກ່ຽວກັບການໃຫ້ບໍລິການທາງດ້ານວິຊາຊີບທຸລະກິດຫຼັກຊັບ; 
-      8)	ການເຊື່ອມໂຍງລະບົບຫຼັງການຊື້-ຊາຍ; 
-      9)	ການບັງຄັບໃຊ້ກົດໝາຍ ແລະ ກົນໄກໃນການແກ້ໄຂຂໍ້ຂັດແຍ່ງຂ້າມແດນ; 
-     10)	ການຊ່ວຍເຫຼືອທາງດ້ານວິຊາການໃຫ້ແກ່ຕະຫຼາດທີ່ເກີດໃໝ່. 
 
-     ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບ ACMF ທ່ານສາມາດເຂົ້າໄປໄດ້ທີ່: http://www.theacmf.org/
 
-     
 
 
- 	
                
                
    				
            ກອງປະຊຸມ ການພັດທະນາຕະຫຼາດພັນທະບັດ ອາຊຽນ+3 (ABMF) ຖືກສ້າງຕັ້ງຂຶ້ນໃນເດືອນກັນຍາ 2010 ເພື່ອເປັນເວທີໃນການສົ່ງເສີມການສ້າງມາດຕະຖານ ຂອງຕະຫຼາດພັນທະບັດ ແລະ ຄວາມເປັນເອກະພາບຂອງຜູ້ຄຸ້ມຄອງ ໃນການຄຸ້ມຄອງການຊື້-ຂາຍພັນທະບັດລະຫວ່າງບັນດາປະເທດສະມາຊິກ.  ກອງປະຊຸມ ABMF ແບ່ງອອກເປັນ 2 ທີມງານຍ່ອຍ (Sub-Forum) ຄື: SF1 ທີ່ມີໜ້າທີ່ສຶກສາຄົ້ນຄວ້າກ່ຽວກັບນິຕິກໍາຕ່າງໆ ແລະ ພາກປະຕິບັດຕົວຈິງຂອງຕະຫຼາດພັນທະບັດໃນປະເທດອາຊຽນ ແລະ SF2 ທີ່ມີໜ້າທີ່ສຶກສາຄົ້ນຄວ້າກ່ຽວກັບຂັ້ນຕອນຂອງທຸລະກໍາ (Transaction Procedure) ແລະ ມາດຕະຖານຂອງເນື້ອໃນຕ່າງໆທີ່ນໍາໃຊ້ເຂົ້າໃນທຸລະກໍາຕ່າງໆ (Standardization of Messages).  ຈຸດປະສົງຂອງ ABMF ແມ່ນ:  
            -    1)	ສະໜອງການວິເຄາະໃນລວງເລິກຕໍ່ກັບບັນດາຕະຫຼາດພັນທະບັດໃນພາກພື້ນ ແລະ ດໍາເນີນການສົມທຽບກັນ
-       ລະຫວ່າງບັນດາຕະຫຼາດໃນພາກພື້ນ ເພື່ອລະບຸໃຫ້ເຫັນເຖິງຄວາມແຕກຕ່າງ ແລະ ສິ່ງທີ່ຕ້ອງໄດ້ຮັບການປັບປຸງ 
-       ເພື່ອເຮັດໃຫ້ຕະຫຼາດພາກພື້ນມີຄວາມກົມກຽວ ແລະ ເປັນມາດຕະຖານດຽວກັນ; 
-    2)	ຊອກຮູ້ບັນຫາໃນການສ້າງຄວາມກົມກຽວກັນຂອງຕະຫຼາດ ເພື່ອຮອງຮັບໃຫ້ແກ່ການອອກຈໍາໜ່າຍ ແລະ ການລົງທຶນ
-       ໃນພັນທະບັດຂ້າມແດນ; 
-    3)	ສ້າງແຜນຍຸດທະສາດ ແລະ ແຜນງານສໍາລັບຜູ້ຄຸ້ມຄອງ ແລະ ຜູ້ທີ່ມີສ່ວນຮ່ວມໃນຕະຫຼາດ ລວມທັງການເຊື່ອມໂຍງ
-       ຕະຫຼາດພັນທະບັດລະຫວ່າງພາກພື້ນກັບພາກພື້ນ. 
 
- ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບ ABMF ທ່ານສາມາດເຂົ້າໄປໄດ້ທີ່: https://wpqr4.adb.org/LotusQuickr/asean3abmf/Main.nsf
 
-     
 
 
- 	
                
                
    		
            		
           ກອງປະຊຸມ ການຮ່ວມມື ຄະນະກໍາມະການຄຸ້ມຄອງຫຼັກຊັບ 5 ປະເທດ ເຂດອ່າງແມ່ນໍ້າຂອງ ໄດ້ເປີດຂຶ້ນຄັ້ງທໍາອິດທີ່ ບາງກອກ, ປະເທດ ໄທ ໃນເດືອນ ກຸມພາ 2013 ຊຶ່ງເປັນກອງປະຊຸມພິເສດສະເພາະຂອງຄະນະກໍາມະການຄຸ້ມຄອງຫຼັກຊັບ ຂອງປະເທດທີ່ນອນຢູ່ໃນເຂດອ່າງແມ່ນໍ້າຂອງ ອັນປະກອບມີ: ກໍາປູເຈຍ, ມຽນມ້າ, ສປປ ລາວ, ໄທ ແລະ ສສ. ຫວຽດນາມ. ກອງປະຊຸມການຮ່ວມມື ຄະນະກໍາມະການຄຸ້ມຄອງຫຼັກຊັບ 5 ປະເທດ ເຂດອ່າງແມ່ນໍ້າຂອງ ຈັດຂຶ້ນ 2 ຄັ້ງຕໍ່ປີ ໂດຍການຜັດປ່ຽນກັນເປັນເຈົ້າພາບຕາມລໍາດັບຕົວອັກສອນ ຊຶ່ງກອງປະຊຸມຄັ້ງລ້າສຸດ ແມ່ນກອງປະຊຸມຄັ້ງທີ 5 ທີ່ ຄຄຊ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ແລະ ໄດ້ຈັດຂຶ້ນທີ່ ແຂວງຫຼວງພະບາງ ໃນເດືອນ ມິຖຸນາ 2015 ທີ່ຜ່ານມາ.  ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເປັນເວທີສໍາລັບປຶກສາຫາລື, ແລກປ່ຽນ-ຖອດຖອນບົດຮຽນ ແລະ ປະສົບການ ແລະ ບັນຫາທີ່ໄດ້ພົບພໍ້ ໃນການພັດທະນາຕະຫຼາດທຶນຂອງ ຄຄຊ 5 ປະເທດ ເຂດອ່າງແມ່ນໍ້າຂອງ, ເປັນເວທີໃນການຄົ້ນຄວ້າ ແລະ ຖອດຖອນບົດຮຽນຂອງສາກົນ ໂດຍການເຊີນເອົາຊ່ຽວຊານຈາກອົງການຈັດຕັ້ງສາກົນ ຫຼື ໜ່ວຍງານທີ່ກ່ຽວຂ້ອງມານໍາສະເໜີຂໍ້ມູນ ແລະ ບົດຮຽນກ່ຽວກັບຫົວຂໍ້ໃດໜຶ່ງທີ່ບັນດາປະເທດສະມາຊິກໃຫ້ຄວາມສົນໃຈ ອີກທັງຍັງເປັນຊ່ອງທາງໃນການສະເໜີ, ແລກປ່ຽນຂໍ້ມູນຂ່າວສານ ແລະ ການຊ່ວຍເຫຼືອທາງດ້ານເຕັກນິກວິຊາການ ລະຫວ່າງປະເທດສະມາຊິກດ້ວຍກັນ. ປັດຈຸບັນ ພາຍໃຕ້ກອບຂອງກອງປະຊຸມດັ່ງກ່າວ ບັນດາປະເທດສະມາຊິກ ໄດ້ເຫັນດີກັນສ້າງບົດບັນທຶກຄວາມເຂົ້າໃຈຫຼາຍຝ່າຍ ກ່ຽວກັບ ການຮ່ວມມື ແລະ ການພັດທະນາຕະຫຼາດທຶນໃນຂົງເຂດອ່າງແມ່ນໍ້າຂອງ ຊຶ່ງປະກອບມີ ຄຄຊ ກໍາປູເຈຍ, ຄຄຊ ສປປ ລາວ, ກລຕ ໄທ ແລະ ຄຄຊ ສສ. ຫວຽດນາມ ທີ່ໄດ້ລົງນາມໃນບັດບັນທຶກຄວາມເຂົ້າໃຈສະບັບດັ່ງກ່າວ. 
 
 
- 	
                
    		ອົງການຄຸ້ມຄອງວຽກງານຫຼັກຊັບສາກົນ ຫຼື ອົງການ IOSCO ຖືກສ້າງຕັ້ງຂຶ້ນໃນປີ 1983 ເຊິ່ງແມ່ນອົງການຈັດຕັ້ງສາກົນທີ່ກໍານົດຫຼັກການ ແລະ ມາດຕະຖານສາກົນໃນການຄຸ້ມຄອງວຽກງານຫຼັກຊັບ ມີສະມາ ຊິກປະກອບດ້ວຍ ຄະນະກໍາມະການຄຸ້ມຄອງວຽກງານຫຼັກຊັບ ຫຼື ອົງການຄຸ້ມຄອງດ້ານການເງິນ ຈາກ 110 ປະເທດ ເຊິ່ງໃນນີ້ໄດ້ຄຸ້ມຄອງຫຼາຍກ່ວາ 95% ຂອງຕະຫຼາດຫຼັກຊັບໃນທົ່ວໂລກ.  ອົງການ IOSCO ມີໜ້າທີ່ຕົ້ນຕໍໃນການຊ່ວຍເຫຼືອສະມາຊິກ ໃນການປັບປຸງບັນດາມາດຖານດ້ານລະບຽບກົດໝາຍທີ່ກ່ຽວຂ້ອງກັບວຽກງານການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ໃຫ້ມີປະສິດ ທິພາບ, ມີຄວາມຍຸດຕິທໍາ ແລະ ໂປ່ງໃສ. ພ້ອມນີ້ ກໍ່ເປັນອົງການຈັດຕັ້ງສາກົນທີ່ສ້າງເວທີ ແລະ ເງື່ອນໄຂໃຫ້ແກ່ການແລກປ່ຽນຂໍ້ມູນຂ່າວສານທາງດ້ານຫຼັກຊັບ ແລະ ປະສົບການ ເພື່ອປັບປຸງ ແລະ ພັດທະນາຕະຫຼາດພາຍໃນໃຫ້ມີຄວາມເປັນເອກະພາບໃນການສ້າງມາດຕະຖານ ແລະ ການຄຸ້ມຄອງທຸລະກໍາຫຼັກຊັບໃນສາກົນ ແລະ ສະໜອງການຊ່ວຍເຫຼືອໃນການປັບປຸງຄວາມໝັ້ນຄົງຂອງຕະຫຼາດ ໂດຍການນໍາໃຊ້ບັນດາມາດຖານ ແລະ ຂໍ້ບັງຄັບໃຊ້ທີ່ມີປະສິດທິຜົນຕໍ່ຜູ້ລ່ວງລະເມີດ. ອົງການ IOSCO ມີສໍານັກງານໃຫຍ່ຕັ້ງຢູ່ Madrid ປະເທດສະເປນ.  ຈຸດປະສົງຂອງການສ້າງຕັ້ງ  IOSCO ແມ່ນເພື່ອ:  
            -     1)	ເປັນການຮ່ວມມືໃນການພັດທະນາ, ການຈັດຕັ້ງປະຕິບັດ ແລະ ການເສີມສ້າງຄວາມເຊື່ອໝັ້ນຕໍ່ຄວາມຮັບຮູ້ສາກົນ ແລະ 
-       ສ້າງມາດຕະຖານຂອງລະບຽບການໃຫ້ມີຄວາມສອດຄ່ອງ, ການເຝົ້າລະວັງ ແລະ ການບັງຄັບໃຊ້ບັນດາລະບຽບການ 
-       ເພື່ອຄຸ້ມຄອງນັກລົງທຶນ, ຮັກສາຄວາມຍຸຕິທຳ, ປະສິດທິພາບ ແລະ ຄວາມໂປ່ງໃສຂອງຕະຫຼາດ ແລະ ເພື່ອຊອກຫາ 
-       ແລະ ລະບຸຄວາມສ່ຽງໃນທົ່ວລະບົບ; 
-     2)	ເປັນການສົ່ງເສີມການຄຸ້ມຄອງນັກລົງທຶນ ແລະ ການເສີມສ້າງຄວາມໝັ້ນໃຈໃຫ້ແກ່ນັກລົງທຶນໃນການເຊື່ອມໂຍງ 
-       ຕະຫຼາດທຶນໂດຍການສ້າງຄວາມເຂັ້ມແຂງໃນການຮ່ວມມື ແລະ ການແລກປ່ຽນຂໍ້ມູນໃນການບັງຄັບໃຊ້ລະບຽບ
-       ການຕ້ານການຈັດຕັ້ງປະຕິບັດທີ່ຜິດວິທີ ແລະ ໃນການຄຸ້ມຄອງຕະຫຼາດ ແລະ ບັນດາສື່ກາງດ້ານຕະຫຼາດ; ແລະ 
-     3)	ເປັນການແລກປ່ຽນຂໍ້ມູນ ແລະ ປະສົບການທັງພາຍໃນ ແລະ ສາກົນ ເພື່ອຊ່ວຍພັດທະນາຕະຫຼາດ, ສ້າງພື້ນຖານ
-       ໂຄງລ່າງຕະຫຼາດໃຫ້ມີຄວາມເຂັ້ມແຂງ ແລະ ຈັດຕັ້ງປະຕິບັດລະບຽບການຢ່າງເໝາະສົມ. 
 ປັດຈຸບັນ ສປປ ລາວ ຍັງບໍ່ທັນໄດ້ເປັນສະມາຊິກຂອງອົງການດັ່ງກ່າວ ແຕ່ກໍ່ໄດ້ມີການລິເລິ່ມກະກຽມຄວາມພ້ອມຢ່າງຮອບດ້ານ ຕັ້ງແຕ່ປີ 2014 ເພື່ອເຮັດໃຫ້ ສປປ ລາວ ສາມາດບັນລຸໄດ້ຕາມກໍານົດເງື່ອນໄຂໃນການສະໝັກເຂົ້າເປັນສະມາຊິກຂອງອົງການ IOSCO ໂດຍ ຄຄຊ  ແລະ ສຄຄຊ ໄດ້ປະສານສົມທົບກັບພາກສ່ວນຕ່າງໆ ທັງຈາກ ພາຍໃນ (ທະນາຄານແຫ່ງ ສປປ ລາວ, ກະຊວງຍຸຕິທໍາ, ກະຊວງການຕ່າງປະເທດ, ຫ້ອງວ່າການລັດຖະບານ...) ແລະ ຕ່າງປະເທດ (ບັນດາອົງການຈັດຕັ້ງສາກົນ ແລະ ຄຄຊ ປະເທດອ້ອມຂ້າງທີ່ເປັນສະມາຊິກ) ເພື່ອຍາດແຍ່ງເອົາການຊ່ວຍເຫຼືອທາງດ້ານວິຊາການ ເພື່ອຮັບປະກັນໃຫ້ການສະໝັກເຂົ້າເປັນສະມາຊິກສົມບູນຂອງອົງການ IOSCO ໃຫ້ໄດ້ໄວທີ່ສຸດ. ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບອົງການ IOSCO ທ່ານສາມາດເຂົ້າໄປໄດ້ທີ່: http://www.iosco.org/