ຄະນະກໍາມະການຄຸ້ມຄອງຫຼັກຊັບ
Friday, 19 April 2024

ພາບ​ລວ​ມຂອງ​ການອອກຈໍາໜ່າຍຫຼັກ​ຊັບ ຢູ່ ສປປ ລາວ


  1. ບໍລິສັດ ທີ່​ຖືກ​ສ້າງ​ຕັ້ງ​ຂຶ້ນ​ຖືກຕ້ອງຕາມ​ກົດໝາຍວ່າດ້ວຍວິສາຫະກິດ (ກໍລະນີອອກຈໍາໜ່າຍຮຸ້ນ ຕ້ອງເປັນບໍລິສັດມະຫາຊົນ) ສາມາດ​ອອກຈໍາໜ່າຍ​ຫຼັກ​ຊັບຂອງຕົນ ເຊັ່ນ: ຮຸ້ນ ຫຼື ຮຸ້ນ​ກູ້ ​ເພື່ອ​ເພີ່ມ​ທຶນ ຫຼື ລະດົມທຶນໄລຍະຍາວ​ ​​ແນ່ໃສ່ໝູນ​ໃຊ້​ເຂົ້າ​ໃນ​ການ ​ຂະຫຍາຍ​ກິດຈະການ ຫຼື ເພື່ອເປົ້າໝາຍອື່ນໆ ເຊັ່ນ: ປ່ຽນ​ແປງ​ໂຄງ​ສ້າງ​ການຖື​ຮຸ້ນ, ຈ່າຍຮຸ້ນ ເພື່ອປັນຜົນ ຫຼື ໃຫ້ເປັນລາງວັນ ບໍລິສັດ​ ມະຫາຊົນສາມາດອອກຈໍາໜ່າຍ​ຫຼັກ​ຊັບ​ ດ້ວຍ 3 ຮູບແບບ ຄື:
  1. 1. ອອກຈໍາໜ່າຍ​ຫຼັກ​ຊັບ​ຕໍ່​ມວນ​ຊົນ (Public Offering - “PO”);
  2. 2. ອອກຈໍາໜ່າຍ​​ຫຼັກ​ຊັບໃນ​ວົງ​ຈໍາກັດ (Private Placement – “PP”);
  3. 3. ອອກຈໍາໜ່າຍ​ຫຼັກ​ຊັບ​ໃຫ້​ແກ່​ຜູ້​ຖື​ຮຸ້ນ​ເດີມ (Rights Offering – “RO”).

ບໍລິສັດ​​ ທີ່​ມີ​ຈຸດປະສົງ ອອກ​ຈໍາໜ່າຍ​ຫຼັກ​ຊັບ ຕ້ອງ​ປະກອບ​ສໍານວນ​ຄໍາ​ຮ້ອງ​ຂໍອະນຸຍາດອອກຈໍາໜ່າຍ​ຫຼັກ​ຊັບ ເພື່ອສະເໜີຕໍ່ ສໍານັກງານ ຄຄຊ ​ໂດຍມີ ບໍລິສັດຫຼັກ​ຊັບ, ບໍລິສັດກວດ​ສອບພາຍນອກ ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ ສໍານັກງານ ຄຄຊ ​ແລະ ບໍລິສັດທີ່​ປຶກສາ​ທາງ​ດ້ານ​ກົດ​ໜາຍ ເປັນຜູ້​ຊ່ວຍ​ໃນ​ການ​ປະກອບສໍານວນ​ຄໍາ​ຮ້ອງ ​ແລະ ​ເອກະສານ​ຕ່າງໆ ທີ່​ກ່ຽວຂ້ອງ​ກັບ​ການ ສະ​ເໜີ​ຂໍອະນຸ​ຍາດອອກຈໍາໜ່າຍ​ຫຼັກ​ຊັບດັ່ງກ່າວ​.​

ສໍານັກງານ ຄຄຊ ພິຈາລະນາການຮ້ອງຂໍອອກຈໍາໜ່າຍຫຼັກຊັບ ພາຍ​ໃນກໍານົດ 45 ວັນ​ ນັບ​ຕັ້ງ​ແຕ່​ວັນ​ທີ່​ໄດ້​ຮັບ​ສໍານວນ​ຄໍາ ​ຮ້ອງ​ຢ່າງຖືກຕ້ອງ ​ແລະ ຄົບ​ຖ້ວນ​ເປັນ​ຕົ້ນ​ໄປ. ​ພາຍຫຼັງ ​ໄດ້​ຮັບ​ອະນຸ​ຍາດຈາກ ສໍານັກງານ ຄຄຊ, ບໍລິສັດ​ອອກຈໍາໜ່າຍ​ ຫຼັກຊັບ ຕ້ອງ​ດຳ​ເນີນ​ການ​ ອອກຈໍາໜ່າຍ​ຫຼັກ​ຊັບ​ຕາມ​ຂັ້ນຕອນ​ທີ່​ ຄຄຊ ກໍານົດ ຊຶ່ງຫຼັງຈາກສໍາ​ເລັດ​ຂັ້ນຕອນການອອກຈໍາໜ່າຍ ​ຫຼັກ​ຊັບ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ ບໍລິສັດອອກຈໍາໜ່າຍ​ຫຼັກ​ຊັບ​ ສາມາດນໍາເອົາ​ຫຼັກ​ຊັບ​ດັ່ງກ່າວ ​ໄປ​ຈົດ​ທະບຽນ​ຢູ່ຕະຫຼາດ​ຫຼັກ​ຊັບ ລາວ ຕາມເງື່ອນໄຂທີ່ກໍານົດໄວ້ ໃນ​ລະບຽບ​ການຂອງຕະຫຼາດ​ຫຼັກ​ຊັບ​ລາວ ເພື່ອ​ອຳນວຍ​ຄວາມ​ສະດວກໃຫ້​ແກ່​ການ ຊື້-ຂາຍ ຫຼັກ​ຊັບ​ຂອງ​ຜູ່ຖື​ຫຼັກ​ຊັບ​ ກໍ​ຄື​ຜູ່ລົງທຶນ.

ຜົນປະໂຫຍດຕ່າງໆທີ່ ບໍລິສັດອອກຈໍາໜ່າຍຫຼັກຊັບ ແລະ ເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວຈະໄດ້ຮັບ:

- ເພີ່ມທຶນ ຫຼື ລະດົມທຶນໄລຍະຍາວຈາກມວນຊົນ ຫຼື ຜູ່ທີ່ສົນໃຈຊື້ຫຼັກຊັບໂດຍກົງ ເພື່ອນໍາໄປໃຊ້ໃນການເຄື່ອນໄຫວ ທຸລະກິດ ຫຼື ຂະຫຍາຍກິດຈະການ ໂດຍບໍ່ມີຄວາມສ່ຽງໃນການຊໍາລະຄືນ ຕົ້ນທຶນ ແລະ ດອກເບ້ຍ;
- ສ້າງຊື່ສຽງ, ຄວາມໂປ່ງໃສ ແລະ ພາບພົດທີ່ດີ ໃຫ້ແກ່ບໍລິສັດ ເນື່ອງຈາກຕ້ອງໄດ້ປະຕິບັດລະບອບການບັນຊີ, ການ ກວດສອບ, ການເປີດເຜີຍຂໍ້ມູນ ແລະ ຫຼັກການບໍລິຫານຄຸ້ມຄອງທີ່ດີ ຕາມລະບຽບການ;
- ເພີ່ມຄວາມອາດສາມາດໃນການແຂ່ງຂັນທາງທຸລະກິດ, ເພີ່ມສະມັດຕະພາບ ແລະ ຖານະການເງິນທີ່ໝັ້ນຄົງ ຂອງບໍລິ ສັດ;
- ການຕັດສິນບັນຫາຂອງບໍລິສັດ ມີຄວາມຮອບດ້ານ ແລະ ພາວະວິໄສ ເພາະມີລັກສະນະປະກອບສ່ວນຈາກບັນດາຂາ ຮຸ້ນກໍຄືມະຫາຊົນ;
- ກໍລະນີ ບໍລິສັດມີນະໂຍບາຍອອກຈໍາໜ່າຍຮຸ້ນສ່ວນໃດໜຶ່ງ ໃຫ້ພະນັກງານຂອງຕົນ ຈະເປັນການສ້າງແຮງຈູງໃຈ ໃນ ການເຮັດວຽກ,ເພີ່ມທະວີຄວາມຮັບຜິດຊອບຂອງພະນັກງານເນື່ອງຈາກເຂົາເຈົ້າໄດ້ມີສ່ວນຮ່ວມໃນການເປັນເຈົ້າຂອງບໍລິສັດ;
- ບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບລາວແມ່ນຈະໄດ້ເສຍອາກອນກໍາໄລໃນອັດຕາ 13% ສ່ວນນຮ້ອຍ (ອັດຕາປົກກະຕິ 20%) ເປັນເວລາ 4 ປີ ພາຍຫຼັງຈົດທະບຽນໃນຕະຫຼາດຫຼັກຊັບລາວ;
- ບໍລິສັດອອກຈໍາໜ່າຍຫຼັກຊັບ ໄດ້ຮັບການຍົກເວັ້ນອາກອນລາຍໄດ້ ທີ່ໄດ້ຮັບຈາກການລະດົມທຶນດ້ວຍການອອກຮຸ້ນ ແລະ ຮຸ້ນກູ້.

ການກຽມຄວາມພ້ອມກ່ອນການອອກຈໍາໜ່າຍຮຸ້ນຕໍ່ມວນຊົນ

ໂດຍລວມແລ້ວ ບໍລິສັດໃດໜຶ່ງ ທີ່ມີຈຸດປະສົງໃນການອອກຈໍາໜ່າຍຮຸ້ນຕໍ່ມວນຊົນ ຕ້ອງມີການກະກຽມຄວາມພ້ອມເບື້ອງຕົ້ນ ເຊັ່ນ: ປັບປຸງ ລະບົບບັນຊີ ແລະ ລະບົບການກວດສອບພາຍໃນ-ພາຍນອກ ເພື່ອໃຫ້ໄດ້ມາດຕະຖານ, ປະເມີນມູນຄ່າຊັບສິນ, ປັບປຸງໂຄງສ້າງທຶນ ແລະ ຜູ່ຖືຮຸ້ນ, ປັບປຸງໂຄງປະກອບການຈັດຕັ້ງ ເປັນຕົ້ນແມ່ນ ສະພາບໍລິຫານ ແລະ ຄະນະກໍາມະການ ກວດກາພາຍໃນ ຊຶ່ງຕ້ອງປະກອບມີ ສະມາຊິກອິດສະຫຼະ, ສ້າງແຜນການນໍາໃຊ້ທຶນທີ່ຈະລະດົມໄດ້ ແລະ ກະກຽມເງື່ອນໄຂ ອື່ນໆ ຕາມລະບຽບການ.

ການກະກຽມທັງໝົດທີ່ກ່າວມາຂ້າງເທິງນັ້ນ ສາມາດປະຕິບັດໄດ້ໂດຍມີບໍລິສັດຫຼັກຊັບທີ່ເປັນທີ່ປຶກສາທາງດ້ານການເງິນ ເປັນ ຜູ່ຊ່ວຍຕົ້ນຕໍ, ມີບໍລິສັດກວດສອບບັນຊີ ທີ່ມາຊ່ວຍກວດສອບເອກະສານລາຍງານການເງິນ ແລະ ໃຫ້ຄໍາເຫັນກ່ຽວກັບການ ຄຸ້ມຄອງພາຍໃນຂອງບໍລິສັດ ແລະ ມີບໍລິສັດທີ່ປຶກສາທາງດ້ານກົດໜາຍ ເປັນຜູ່ຊ່ວຍດໍາເນີນການທາງ ດ້ານນິຕິກໍາຕ່າງໆ ທີ່ ກ່ຽວຂ້ອງ