Sunday, 19 May 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຊຊ ຮ່ວມກັບ ກລຕ ໄທ ຈັດກອງປະຊຸມສໍາມະນາ “ຫຼັກການຄຸ້ມຄອງບໍລິຫານສຳລັບຜູ້ບໍລິຫານ”
ວັນທີອອກຂ່າວ: 2015-11-30 09:02:52

ເນື້ີອໃນຂ່າວ:

ໃນວັນທີ 18 ພະຈິກ 2015 ທີ່ຜ່ານມານີ້ ໄດ້ຈັດກອງປະຊຸມສໍາມະນາຂຶ້ນໃນຫົວຂໍ້ “ຫຼັກການຄຸ້ມຄອງບໍລິ ຫານສຳລັບຜູ້ບໍລິຫານ (Corporate Governance: CG)” ຊຶ່ງສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຳນັກ ງານ ຄຊຊ) ຮ່ວມກັບ ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບ ແລະ ຕະຫຼາດຫຼັກຊັບ ປະເທດໄທ (ກລຕ ໄທ) ທີ່ຫ້ອງປະຊຸມໃຫຍ່ ຊັ້ນ IV ທະນາຄານ ແຫ່ງ ສປປ ລາວ (ທຫລ). ໂດຍການເຂົ້າຮ່ວມຂອງທ່ານ ນ. ສາຍສະໝອນ ຈັນທະຈັກ ຮັກສາການຫົວໜ້າສຳນັກງານ ຄຊຊ, ທ່ານ ນ. Nataya Niyamanusorn ຜູ່ຊ່ວຍເລ ຂາທິການ ກລຕ ໄທ ແລະ ທ່ານ ນ. Sineenart Chamsri ຫົວໜ້າກົມພັດທະນາການບໍລິຫານ ແລະ ຕະຫຼາດຫຼັກຊັບ ແຫ່ງປະເທດ ໄທ, ພ້ອມດ້ວຍສະມາຊິກສະພາບໍລິຫານ ແລະ ຄະນະອຳນວຍການຂອງບໍລິສັດຈົດທະບຽນ, ທະນາຄານທຸລະກິດ, ບໍລິສັດຫຼັກຊັບ, ຫ້ອງການປັບປຸງທຸລະກິດແຫ່ງຊາດ, ກົມຄຸ້ມຄອງການເງິນລັດວິສາຫະກິດ ກະຊວງການເງິນ, ບັນດາ ຫົວໜ້າກົມພາຍໃນ ທຫລ ແລະ ພະນັກງານຈາກສຳນັກງານ ຄຄຊ.

ຈຸດປະສົງການຈັດກອງປະຊຸມສຳມະນາໃນຄັ້ງນີ້ ເພື່ອສ້າງຄວາມຮັບຮູ້-ເຂົ້າໃຈ ແລະ ເຫັນໄດ້ຄວາມໝາຍ ຄວາມສຳຄັນຂອງຫຼັກການຄຸ້ມຄອງບໍລິຫານ (Corporate Governance: CG) ໂດຍສະເພາະແມ່ນໂຄງປະກອບ, ໜ້າທີ່ ແລະ ຄວາມຮັບຜິດຊອບຂອງສະພາບໍລິຫານ ແລະ ເລຂານຸການຂອງບໍລິສັດຈົດທະບຽນ ລວມເຖິງຍຸດ ທະສາດໃນການສ້າງມູນຄ່າ-ການພົວກັບຜູ້ລົງທຶນຂອງບໍລິສັດຈົດທະບຽນ ຊຶ່ງນຳສະເໜີໂດຍວິທະຍາກອນຈາກ ກລຕ ໄທ.

ຫຼັກການຄຸ້ມຄອງບໍລິຫານ (CG) ແມ່ນລະບົບທີ່ຈັດໃຫ້ມີໂຄງສ້າງ ແລະ ຂະບວນການພົວພັນລະຫວ່າງສະ ມາຊິກສະພາບໍລິຫານ, ຄະນະອໍານວຍການ ແລະ ຜູ່ຖືຮຸ້ນ ເພື່ອສ້າງຄວາມສາມາດໃນການແຂ່ງຂັນ ເພື່ອນໍາໄປສູ່ການ ເຕີບໂຕ ແລະ ການເພີ່ມມູນຄ່າໃຫ້ກັບຜູ່ຖືຮຸ້ນໃນໄລຍະຍາວ ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດຂອງ ຜູ້ມີສ່ວນ ກ່ຽວຂ້ອງອື່ນໆ. CG ມີຄວາມສໍາຄັນທີ່ສຸດຕໍ່ບໍລິສັດຈົດທະບຽນ ເນື່ອງຈາກວ່າ ການມີການຄຸ້ມຄອງບໍລິຫານທີ່ດີ ໝາຍເຖິງການມີລະບົບການບໍລິຫານທີ່ມີປະສິດທິພາບ, ໂປ່ງໃສ ແລະ ກວດສອບໄດ້ ຊຶ່ງຊ່ວຍສ້າງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈແກ່ຜູ່ຖືຮຸ້ນ, ຜູ່ລົງທຶນ, ຜູ່ມີສ່ວນຮ່ວມ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ, ພ້ອມທັງຊ່ວຍ ໃຫ້ບໍລິສັດຈົດທະບຽນມີການພັດທະນາ ແລະ ເຕີບໂຕແບບຍືນຍົງໃນໄລຍະຍາວ.

ກອງປະຊຸມດັ່ງກ່າວ ໄດ້ເຮັດໃຫ້ນັກສຳມະນາກອນທີ່ເຂົ້າຮ່ວມ ໄດ້ຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນກ່ຽກັບຫຼັກ ການພື້ນຖານ ແລະ ຄວາມສຳຄັນຂອງສະພາບໍລິຫານ ແລະ ເລຂານຸການຂອງບໍລິສັດຈົດທະບຽນ ຊຶ່ງຖືວ່າເປັນບົດ ຮຽນ ແລະ ຄຳແນະນຳທີ່ສຳຄັນ ໃຫ້ແກ່ການຈັດຕັ້ງປະຕິບັດ CG ຂອງບັນດາບໍລິສັດຈົດທະບຽນ ໃນ ສປປ ລາວ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.