Sunday, 19 May 2024

ຂ່າວສານ


ຫົວຂໍ້ຂ່າວ: ສຳນັກງານ ຄຄຊ ເຂົ້າຮ່ວມ ເປີດໂລກແຫ່ງການລົງທຶນ ປະຈຳປີ 2016
ວັນທີອອກຂ່າວ: 2016-04-04 14:34:31

ເນື້ີອໃນຂ່າວ:

ເພື່ອເປັນການສ້າງຄວາມຮູ້, ຄວາມເຂົ້າໃຈໃຫ້ແກ່ຜູ້ປະກອບການທຸລະກິດ ແລະ ມວນຊົນ ມີຄວາມເຂົ້າໃຈຫຼາຍຂຶ້ນກ່ຽວກັບວຽກງານຕະຫຼາດທຶນ. ຕະຫຼາດຫຼັກຊັບລາວ (ຕລຊລ) ຈຶ່ງໄດ້ຈັດງານ “ເປີດໂລກແຫ່ງການລົງທຶນ” ໃນຫົວຂໍ້: “ເປີດໂລກແຫ່ງການລົງທຶນ-ເປີດໂອກາດສູ່ຄວາມຮັ່ງມີໃນຍຸກ AEC 2016” ງານດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າວັນເສົາ ວັນທີ 12 ມີນາ 2016 ຜ່ານມາ ທີ່ ຕຊຕລ ໂດຍເປັນປະທານຂອງ ທ່ານ ວັນຄຳ ວໍຣະວົງ ຜູ້ອຳນວຍການໃຫຍ່ ຕລຊລ ພ້ອມດ້ວຍການເຂົ້າຮ່ວມຂອງທ່ານ ດຣ. ອາຄົມ ປຣະເສີດ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ, ທ່ານ ນາງ ນະຄອນສີ ມະໂນທັມ ຮອງຫົວໜ້າສຳນັກງານ ຄຄຊ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ.

ປີ 2016 ຖືວ່າເປັນປີທີ 4 ແລ້ວ ທີ່ ຕລຊລ ຮ່ວມກັບສຳນັກງານ ຄຄຊ, ບັນດາບໍລິສັດຫຼັກຊັບ, ບໍລິສັດທີ່ຈົດທະບຽນ ແລະ ບັນດາບໍລິສັດເປົ້າໝາຍຕ່າງໆ ໄດ້ຈັດງານດັ່ງກ່າວຂຶ້ນ, ພາຍໃນງານ ຍັງໄດ້ມີການວາງສະແດງຜະລິດຕະພັນ ແລະ ການບໍລິການພ້ອມດ້ວຍມີການຈັດກິດຈະກຳຫຼີ້ນເກມ ແລະ ແຈກຂອງລາງວັນຢ່າງຫຼວງຫຼາຍຈາກສຳນັກງານ, ອົງກອນ ແລະ ບັນດາບໍລິສັດເຂົ້າຮ່ວມທັງໝົດ 34 ພາກສ່ວນ.

ນອກນັ້ນ, ພາຍໃນງານຍັງມີ ການສຳມະນາໃຫ້ຄວາມຮູ້ກ່ຽວກັບຕະຫຼາດທຶນຈາກນັກສຳມະນາກອນທີ່ມີປະສົບການທັງພາຍໃນ ແລະ ຕ່າງປະເທດ; ການໃຫ້ຄຳປຶກສາໃນການລົງທຶນ ແລະ ການວິເຄາະຮຸ້ນ; ການແລກປ່ຽນຄຳຄິດເຫັນໃນຫົວຂໍ້ໂອກາດຂອງການລົງທຶນໃນຕະຫຼາດຫຼັກຊັບ ແລະ ຫົວຂໍ້ການຮຽນຮູ້ຈາກຜູ້ປະສົບຜົນສຳເລັດ ເຊິ່ງໄດ້ຮັບຜົນຕອບຮັບຈາກຜູ້ເຂົ້າຮ່ວມງານຢ່າງຫຼວງຫຼາຍ.

Untitled Document


ພາບ ແລະ ຂ່າວໂດຍ: ພະແນກຝຶກອົບຮົມ ແລະ ໂຄສະນາເຜີຍແຜ່.